ເສດຖີອາເມລິກາ ບໍລິຈາກ 8.000 ພັນລ້ານໂດລາ ໝົດຕົວຈົນລົ້ມລະລາຍ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ເສດຖີອາເມລິກາ ບໍລິຈາກ 8.000 ພັນລ້ານໂດລາ ໝົດຕົວຈົນລົ້ມລະລາຍ

Published

on

​ຖ້າ​ຈະ​ເວົ້າ​ເຖິງມະຫາ​ເສດຖີ​ໃຈບຸນ ທີ່​ບໍລິຈາກ​ເງິນ​ມະຫາສານ​ເຂົ້າການ​ກຸສົນ ຫລາຍ​ຄົນ​ອາດ​ຄິດ​ເຖິງ ວໍ​ເຣນ ບັນ​ເຟດ ຫລື ບິ​ລ​ ​ເກດ.

​ແຕ່​ມື້ນີ້ ພວກ​ເຮົາ​ຈະ​ພາ​ໄປ​ສ້າງ​ຄວາມ​ຮູ້ຈັກ​ກັບ ຊັກ ຟີ​ນີ ມະຫາ​ເສດຖີ​ທີ່​ເປັນ​ແບບຢ່າງ​ໃຫ້ ວໍ​ເຣນ ບັບ​ເຟດ ​ແລະ ບິ​ລ ​ເກດ ທຸ້ມ​ເງິນ​ບໍລິຈາກ​ເພື່ອ​ປ່ຽນ​ໂລກ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ເຫັນ​ໂລກ​ໜ່ວຍ​ນີ້​ດີ​ຂຶ້ນດ້ວຍ​ຕາ​ຕົນ​ເອງ.

ຊັກ ຟີ​ນີ ​ເປັນ​ມະຫາ​ເສດຖີ​ເຊື້ອສາຍ​ໄອ​ແລນ-ອາ​ເມ​ລິ​ກາ ປັດຈຸບັນ​ມີ​ອາຍຸ 89 ປີ ລາວ​ເກີດ​ຢູ່​ລັດ​ນິວ​ເຈີ​ຊີ​ ຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ຊ່ວງ​ເສດຖະກິດ​ຕົກ​ຕໍ່າ  ໃນ​ໄວ​ໜຸ່ມ ຟີ​ນີ ​ໄດ້​ຮັບ​ໃຊ້​ຊາດ​ເປັນ​ທະຫານ​ອາກາດ​ອາ​ເມ​ລິ​ກາ ​ເຂົ້າຮ່ວມ​ຮົບ​ໃນ​ສົງຄາມ​ເກົາຫລີ ຮັບ​ໜ້າ​ທີ່​ເປັນ​ເຈົ້າໜ້າ​ທີ່​ວິທະຍຸ​ສື່ສານ ​ເຊິ່ງນີ້​ເປັນ​ຈຸດ​ເລີ່​ມຕົ້ນ​ໃຫ້​ລາວ​ເຫັນ​ຊ່ອງ​ທາງ​ທຸລະ​ກິດ ​ໂດຍ​ໃນ​ເວລາ​ຕໍ່​ມາ ລາວ​ສົ່ງ​ເຄື່ອງ​ດື່ມ​ແອນ​ກໍ​ຮໍ​ຈາກ​ອາ​ເມ​ລິ​ກາ​ໄປ​ຂາຍ​ແບບ​ປອດ​ພາສີ​ໃຫ້​ທະຫານ​ເຮືອ​ອາ​ເມ​ລິ​ກາ​ທີ່​ປະຈຳການ​ຢູ່​ເອີຣົບ.

ຈາກການຂາຍໃຫ້ທະຫານເຮືອ ຟີນີ ຂະຫຍາຍທຸລະກິດເປັນຮ້ານຄ້າປອດພາສີ Duty Free Shoppers (DFS) ​ເຄືອ​ຂ່າຍ​ຮ້ານ​ຄ້າ​ປອດ​ພາສີ​ຂະໜາດ​ໃຫຍ່​ທີ່​ມີ​ສາຂາ​ຢູ່​ໃນ​ສະໜາມ​ບິນ​ຫລາຍ​ແຫ່ງ​ທົ່ວ​ໂລກ ​ແລະ ປະສົບ​ຜົນສຳ​ເລັດ ສ້າງ​ລາຍ​ໄດ້​ເປັນ​ກອບ​ເປັນ​ກຳ.

ລາຍ​ງານ​ລະບຸ​ວ່າ: ທຸລະ​ກິດ​ຮ້ານ​ຄ້າ​ປອດ​ພາສີ DFS ​ເຮັດ​ໃຫ້​ທ່ານ ​ໂຣ​ເບີດ ມິ​ລ​ເລີ ຫຸ້ນ​ສ່ວນ​ຮ່ວມ​ກັບ​ທ່ານ ຟີ​ນີ ​ເປັນ​ມະຫາ​ເສດຖີ​ອັນ​ດັບ​ທີ 293 ຂອງ​ໂລກ ດ້ວຍ​ມູນ​ຄ່າ​ຊັບ​ສິນ 186.000 ລ້ານ​ກວ່າ​ບາດ, ມີ​ເຮືອນ​ພັກຫລູທັງ​ຢູ່​ຮົງ​ກົງ, ນິວຢອກ, ປາຣີ ​ແລະ ສະ​ວິດ​ເຊີ​ແລນ.

​ແຕ່​ບໍ່​ແມ່ນ​ກັບ ຟີ​ນີ, ລາວ​ເລີ່​ມ​ເອົາ​​ເງິນ​ຈາກ​ທຸລະ​ກິດ​ຮ້ານ​ຄ້າ​ປອດ​ພາສີ​ມາຕັ້ງມູນ​ນິທິ The Atlantic Philanthropies ​ແບບ​ລັບໆ ​ເມື່ອ​ປີ 1982 ​ເຊິ່ງຕອນ​ນັ້ນລາວ​ອາຍຸ 51 ປີ ​ໂດຍ​ຕອນ​ທຳ​ອິດ​ບໍ່​ມີ​ໃຜ​ຮູ້​ວ່າ ຟີ​ນີ ຢູ່​ເບື້ອງຫລັງ​ມູນ​ນິທິ​ນີ້.

​ເຖິງ​ວ່າ​ເວລາ​ຕໍ່​ມາ​ຈະ​ມີ​ຄົນຮູ້​ວ່າ ທ່ານ ຟີ​ນີ ​ເປັນ​ຜູ້​ບໍລິຈາກ​ຫລັກ​ໃຫ້​ມູນ​ນິທິ The Atlantic Philanthropies ​ແຕ່​ທ່ານ ຟີ​ນີ ຍັງ​ຢືນຢັນ​ວ່າ: ທ່ານ​ບໍ່​ຕ້ອງການ​ໃຫ້​ຄົນ​ຈົດ​ຈຳ​ທ່ານ​ວ່າ​ເປັນ​ຜູ້​ບໍລິຈາກ​​ລາຍ​ໃຫຍ່ ຈົນ​ວາລະສານ​ຟອບ ຕັ້ງສາຍາ​ໃຫ້​ທ່ານ ຟີ​ນີ ວ່າ: ​ເປັນ​ນັກບຸນ​ເຈ​ມ ບອນ (James Bond of Philanthropy).

ຕະຫລອດ​ເວລາ​ເກືອບ 40 ປີ ທ່ານ ຟີ​ນີ ລົງ​ເງິນ​​ໃຫ້​ມູນ​ນິທິ​ຂອງ​ລາວ 8.000 ​ລ້ານ​ໂດ​ລາ ​ໂດຍ​ເກືອບ​ເຄິ່ງໜຶ່ງ​ ຄື​ປະມານ 3.700 ລ້ານ​ໂດ​ລາ ​ໄປ​ຊ່ວຍ​ເຫລືອ​ດ້ານ​ການ​ສຶກສາ ​ໂດຍ​ສະ​ເພາະ​ການ​ບໍລິຈາກ​ໃຫ້​ມະຫາວິທະຍາ​ໄລ​ຄໍ​ແນ​ລ ​ເຊິ່ງທ່ານ​ເປັນ​ນັກຮຽນ​ເກົ່າ​ເຖິງ 1.000 ລ້ານ​ໂດ​ລາ ​ເພາະ​ຕ້ອງການ​​ໃຊ້​ຄືນ​ທີ່​ທ່ານ​ເຄີຍ​ຮຽນ​ດ້ານ​ການ​ໂຮງ​ແຮມ ຢູ່​ມະຫາວິທະຍາ​ໄລ​ຄໍ​ແນ​ລຟຣີ ຈາກ​ການ​​ໄດ້​ຮັບ​ທຶນ​ຫລັງ​ໄປ​ຮັບ​ໃຊ້​ຊາດ​ໃນສົງຄາມ​ເກົາ​ຫລີ.

Chuck Feeney in New York

ນອກຈາກ​ການ​ບໍລິຈາກ​ເພື່ອ​ການ​ສຶກສາ, ທ່ານ ຟີ​ນີ ຍັງ​ຈ່າຍ​ເງິນ​ 870 ລ້ານ​ໂດ​ລາ ​ໄປ​ກັບ​ເລື່ອງ​ສິດທິ​ມະນຸດ ​ແລະ ການ​ເຄື່ອນ​ໄຫວ​ທາງ​ສັງຄົມ ລວມທັງ​ການ​ບໍລິຈາກ​ເງິນ​ເພື່ອ​ພັດທະນາ​ລະບົບ​ສາທາລະນະ​ສຸກ​ໃນ​ປະ​ເທດ​ຫວຽດນາມ​ນຳ​ອີກ.

​ເຊັ່ນ​ດຽວ​ກັບ​ມູນ​ນິທິ The Atlantic Philanthropies ທີ່​ເຕີບ​ໃຫຍ່​ຈົນ​ຕ້ອງ​ຂະຫຍາຍ​ສຳນັກງານ​ໃຫ້​ຄວບ​ຄຸມ​ທົ່ວ​ໂລກ ​ໂດຍ​ມີ​ສຳນັກງານ​ກະຈາຍ​ຢູ່ 10 ສາຂາ​ທົ່ວ​ໂລກ, ມີ​ພະນັກງານ 300 ກວ່າ​ຄົນ​ເຮັດ​ວຽກ​ດ້ານ​ການ​ກຸສົນ​ໂດຍ​ສະ​ເພາະ ຄົນ​ໃກ້ຊິດ​ທ່ານ ຟີ​ນີ ຕ່າງ​ຢືນຢັນ​ວ່າ: ທ່ານ ຟີ​ນີ ​ເປັນ​ຄົນ​ຕິດ​ດິນ, ບໍ່​ມີ​ລົດ​ສ່ວນ​ຕົວ, ບໍ່​ມີ​ເຮືອນ​ຫລູຫລາ ທັງ​ຊີວິດ​ຂອງ​ທ່ານ ຟີ​ນີ ມີ​ເກີບ​ບໍ່​ເທົ່າ​ໃດ​ຄູ່ ​ແລະ ຖ້າ​ຕ້ອງ​ເດີນທາງ​ດ້ວຍ​ເຮືອບິນ​ກໍ​ຈະ​ນັ່ງ​ແຕ່​ຊັ້ນປະຢັດ ທັງໆ​ທີ່​ຄົນ​ທີ່​ໄປ​ນຳ ບໍ່​ວ່າ​ຈະ​ເປັນ​ເພື່ອນ​ຮ່ວມ​ງານ ຫລື ສະມາຊິກ​ຄອບຄົວ​ຈະ​ໄປ​ນັ່ງ​ຊັ້ນທຸລະ​ກິດ​ກໍ​ຕາມ.

ຄົນ​ໃກ້ຊິດ​ທ່ານ ຟີ​ນີ ​ເປີດ​ເຜີຍ​ອີກ​ວ່າ: ທ່ານ ຟີ​ນີ ​ເຄີຍ​ລອງ​ໃຊ້​ຊີວິດ​ຫລູຫລາ​ແບບ​ເສດຖີ​ຄົນ​ອື່ນ​ມາ​ແລ້ວ ​ແຕ່​ຮູ້ສຶກ​ວ່າ​ບໍ່​ເໝາະ​ກັບ​ຕົວ​ທ່ານ ຈຶ່ງ​ຫັນ​ກັບ​ໄປ​ໃຊ້​ຊີວິດ​ລຽບ​ງ່າຍ​ແບບ​ເກົ່າ ​ເຊິ່ງລູກ​ນ້ອງ​ຈະ​ເຫັນ​ຢູ່​ສະ​ເໝີ​ວ່າ ທ່ານ ຟີ​ນີ ​ໃສ່​ໂມງ​ຄາ​ສິ​ໂອ​ລາຄາ​ບໍ່​ແພງ ​ເວລາ​ໄປ​ໃສ​ກໍ​ຈະ​ບໍ່​ໃສ່​ກະ​ເປົາ​ຫລູ ຫລາຍ​ຄັ້ງທ່ານ​ມາ​ພ້ອມ​ຖົງ​ປລາສະຕິກ​ໃສ່​ເອກະສານ​ມາ​ເຮັດ​ວຽກ.

ຈົນກະທັ້ງ​ໃນ​ເດືອນ​ກັນຍາ​ຜ່ານ​ມາ, ທ່ານ ຟີ​ນີ ​ເຊິ່ງມີ​ອາຍຸ 89 ປີ ​ແລະ ມີ​ຮ່າງກາຍ​ບໍ່​ແຂງ​ແຮງ ຕັດສິນ​ໃຈ​ລົງ​ນາມ​ໃນ​ເອກະສານ​ປິດ​ມູນ​ນິທິ ຫລັງ​ຈາກ​ທີ່​ທ່ານ​ບໍ່​ເຫລືອ​ເງິນ​ທີ່​ຈະ​ບໍລິຈາກ​ໃຫ້​ມູນ​ນິທິ​ອີກ​ຕໍ່​ໄປ ​ເຊິ່ງນັ້ນ​ເປັນ​ໄປ​ຕາມ​ເຈດ​ຕະນາ​ທີ່​ທ່ານ​ເຄີຍ​ເປີດ​ເຜີຍ​ວ່າ: ຕ້ອງການ​ເຫັນ​ຜົນງານ​ທີ່​ໄດ້​ຈາກ​ການ​ທຸ້ມບໍລິຈາກ​ດ້ວຍ​ຕາ​ຂອງ​ຕົນ​ເອງ ​ແລະ ບໍ່​ຢາກ​ບໍລິຈາກ​ໃນ​ມື້ທີ່​ທ່ານ​ຕາຍ​ໄປ​ແລ້ວ.

ທ່ານ ຟີ​ນີ ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ມະຫາ​ເສດຖີ​ທົ່ວ​ໂລກ ​ໂດຍ​ຂຽນ​ຈາກ​​ເຮືອນ​ຫລັງ​ນ້ອຍໆ ​ໃນ​ນະຄອນ​ຊານ​ຟຣານຊິ​ສ​ໂກ ​ເຊິ່ງທ່ານ​ເຊົ່າ​ຢູ່​ກັບ​ພັນ​ລະ​ຍາ ​ແນະນຳ​ໃຫ້​ບັນດາ​ເສດຖີ​ບໍລິຈາກ​ເງິນ​ໃນ​ໄລຍະ​ທີ່​ຍັງ​ມີ​ຊີວິດ​ຢູ່ ພ້ອມ​ຊັກ​ຊວນ​ວ່າ: ຖ້າ​ໃຜ​ໄດ້​ລອງ​ເຮັດ​ແລ້ວ​ຈະ​ມັກ​ຄື​ທ່ານ.

ຊີວິດ​ຂອງ​ທ່ານ ຟີ​ນີ ທີ່​ສຸດ​ທ້າຍ​ເກືອບ​ບໍ່​ເຫລືອ​ຫຍັງ​ເລີຍ ຈາກ​ການ​ທຸ້ມ​ບໍລິຈາກ​ຈົນ​ໝົດ​ຕົວ ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ມະຫາ​ເສດຖີ​ຫລາຍ​ຄົນ ລວມທັງ​ທ່ານ ບິ​ລ ​ເກດ ​ແລະ ທ່ານ ວໍ​ເຣນ ບັຟ​ເຟດ ຈົນ​ເຮັດ​ໃຫ້​ທັງ​ສອງ​ສ້າງຕັ້ງ The Giving Pledge ​ເຊິ່ງ​ເປັນ​ຄຳ​ໝັ້ນສັນຍາ​ວ່າ: ມະຫາ​ເສດຖີ​ທີ່​ເຂົ້າຮ່ວມ​ໂຄງການ​ນີ້​ຈະ​ຕ້ອງ​ບໍລິຈາກ​ຊັບ​ສິນ​ຢ່າງ​ໜ້ອຍ​ເຄິ່ງໜຶ່ງ​ເພື່ອ​ການ​ກຸສົນ.

ທ່ານ ວໍ​ເຣນ ບັຟ​ເຟດ ລະບຸ​ວ່າ: ທ່ານ ຟີ​ນີ ຄື​ຮີ​ໂລ​ຂອງ​ທ່ານ ​ແລະ ​ເປັນ​ຮີ​ໂລ​ຂອງ​ທ່ານ ບິ​ລ ​ເກດ ນຳ. ກ່ອນ​ຈະ​ບອກ​ວ່າ: ການ​ໃຊ້​ຊີວິດ​ແບບ​ທ່ານ ຟີ​ນີ ​ເຮັດ​ໃຫ້​ທ່ານ​ຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ວ່າ​ເປັນ​ຮີ​ໂລ​ຂອງ​ທຸກ​ຄົນ​.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້