ຊ່ວຍເຫຼືອ
ຊົມເຊີຍຜູ້ໃຈບຸນ !! ປຸກເຮືອນໃຫ້ແມ່ຕູ້ນວນ ອາຍຸ 92 ປີ ຕາບອດຟາງທີ່ອາໄສຢູ່ຄົນດຽວ

ຊົມເຊີຍຜູ້ໃຈບຸນ !! ປຸກເຮືອນໃຫ້ແມ່ຕູ້ນວນ ອາຍຸ 92 ປີ ຕາບອດຟາງທີ່ອາໄສຢູ່ຄົນດຽວ

ຈາກຜູ້ໃຊ້ເຟສບຸກລາຍໜື່ງໄດ້ໂພສພາບແລະຂໍ້ຄວາມວ່າ :
ໃນທີ່ສຸດໂຄງການກໍ່ສຳເລັດປຸກບ້ານໃຫ້ແກ່ແມ່ເຖົ້ານວນໄວ92ປີຕາບອດຟາງ ເຮືອນວິນລ່າຊັ້ນດຽວ,ຍົກພື້ນສູງ1ແມັດ, ກໍ່ໂບກດ້ວຍຊີມັງ,ຂະຫມາດຂອງເຮືອນ 7×8ແມັດ…

ນັບຈາກນີ້ຕໍ່ໄປແມ່ເຖົ້ານວນແມ່ນຈະບໍ່ໄດ້ນອນຕາກຝົນ ແລະທົນທຸກທໍລະມານອີກຕໍ່ໄປແລ້ວ ເພິ່ນໄດ້ບ້ານຫລັງໃຫມ່ເປັນທີ່ຮຽບຮ້ອຍແລ້ວເດີ ວັນທີ08/10/2020

ພິທີບາສີສູ່ຂັວນມອບບ້ານຫລັງໃຫມ່ໃຫ້ແກ່ແມ່ເຖົ້ານວນໄວ92ປີຕາບອດຟາງ,ບ້ານຫລັກ48,ເມືອງປາກຊ່ອງ,ແຂວງຈຳປາສັກ

ຂ້າພະເຈົ້າເອງອຳໄພວັນສຸພັນທອນ ປະທານບໍລິສັດ ມີສບິວຕີ້ຟາວເວີລາວ ຈຳກັດ ແລະ ຍັງເປັນປະທານເພື່ອສັງຄົມຊ່ວຍເຫລືອສັງຄົມ ຂໍມອບບ້ານ 1ຫລັງໃຫ້ແກ່ແມ່ເຖົ້ານວນໄວ92ປີ ມູນຄ່າ 50,680,000ກີບ (ຫ້າສິບລ້ານຫົກແສນແປດສິບພັນກີບຖ້ວນ) ແລະມອບເຄື່ອງໄຟຟ້າຈຳນວນຫນຶ່ງເພື່ອຮັບໃຊ້ໃນຄົວເຮືອນໃຫ້ແກ່ແມ່ເຖົ້ານວນ…ຮ່ວມເປັນສັກຂີພິຍານໃນຄັ້ງນີ້ໂດຍ

1.ທ່ານ ອຳໄພວັນ ສຸພັນທອນ ປະທານບໍລິສັດ ມີສບິວຕີ້ຟາວເວີລາວ ຈຳກັດ ແລະຍັງເປັນປະທານໂຄງການເພື່ອສັງຄົມຊ່ວຍເຫລືອສັງຄົມ
2.ທ່ານ ສີສົມພອນ ແກ້ວວົງສອນ ຮອງເລຂາພັກເມືອງ ເມືອງປາກຊ່ອງ,ແຂວງຈຳປາສັກ
3.ທ່ານ ໄພທູນ ຊະນະໄພລີ ຫ້ອງວ່າການປົກຄອງເມືອງ ເມືອງປາກຊ່ອງ,ແຂວງຈຳປາສັກ

4.ພາກສ່ວນຫ້ອງການພາຍໃນເມືອງປາກຊ່ອງແຂວງຈຳປາສັກ
5.ພາກສ່ວນຫ້ອງການຍຸດຕິທຳເມືອງ ເມືອງປາກຊ່ອງ,ແຂວງຈຳປາສັກ
6.ພາກສ່ວນຫ້ອງການແຮງງານ ແລະສະຫວັດດີການສັງຄົມ ເມືອງປາກຊ່ອງ,ແຂວງຈຳປາສັກ

7.ທ່ານ ຄຳມະນີ ຊາມົນຕີ ພາກສ່ວນເລຂາຄະນະພັກຮາກຖານກຸ່ມ1
8.ພາກສ່ວນອຳນາດການປົກຄອງບ້ານທຸກພາກສ່ວນ ແລະ ບັນດາສະມາຊິກບ້ານອ້ອມຂ້າງທີ່ໃຫ້ກຽດເຂົ້າຮ່ວມ
9.ບັນດາພະນັກງານບຸກຄະລາກອນ ບໍລິສັດ ມີສບິວຕີ້ຟາວເວີລາວ ຈຳກັດ ທຸກໂຄງການຂອງບໍລິສັດກໍ່ໃຫ້ກຽດເຂົ້າຮ່ວມ

ຂໍຂອບໃຈມາຍັງທຸກພາກສ່ວນຂອງລັດຖະບານທີ່ຄອຍໃຫ້ທິດຊີ້ນໍາດ້ວຍດີຕະຫລອດມາ
ຂໍຂອບໃຈມາຍັງທຸກໆພາກສ່ວນຂອງສະປັອນເຊີທີ່ຄອຍໃຫ້ການຊ່ວຍເຫລືອແລະອຸປະຖຳດ້ານທຶນຮອນເປັນປັດໃຈໃນການຊື້ວັດຖຸ

ເຊັ່ນວັດຖຸການກໍ່ສ້າງບ້ານໃຫ້ແກ່ແມ່ເຖົ້ານວນໄວ92ປີຕາບອດຟາງ ຫນຶ່ງແຮງກຳລັງແລະທຶນຮອນຂອງທ່ານສາມາດຊ່ວຍເຫລືອແມ່ເຖົ້ານວນໄວ92ປີນີ້ບໍ່ຫລາຍກໍ່ຫນ້ອຍ ຄຸນງາມຄວາມດີຂອງທຸກທ່ານທີ່ຊ່ວຍເຫລືອໃນຄັ້ງນີ້ຈະເປັນຜົນບຸນແລະຕໍ່ຍອດໃຫ້ຊີວິດທ່ານຈະເລີນຮຸ່ງເຮືອງ

ຂໍຂອບໃຈມາຍັງອຳນາດການປົກຄອງບ້ານທຸກພາກສ່ວນຕະຫລອດຮອດພໍ່ແມ່ປະຊາຊົນທີ່ເປັນເຫື່ອແຮງ ໃນການປຸກສ້າງບ້ານໃຫ້ແກ່ແມ່ເຖົ້ານວນໄວ92ປີ
ຂໍຂອບໃຈມາຍັງພະນັກງານບໍລິສັດມີສບິວຕີ້ຟາວເວີລາວຈຳກັດຫມົດທຸກທ່ານກໍ່ຄືທຸກໂຄງການເຊັ່ນ:

Miss BeautyPower Laos
Power Man Laos
Power Queen Laos
Heavy Queen Laos
Wacky Queen Laos
Exo Man Laos

.

.

.

.

ຊ່ວຍເຫຼືອ
ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ
ເດີນທາງໄກ້ຈະປອດໄພ ໜຸ່ມວິນ
ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

…

….

….

….

ຄລິບ
ຊ່ວຍເຫຼືອ
ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

ຊ່ວຍເຫຼືອ
ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ
ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ