ປະຊາຊົນຈຳນວນຫຼາຍບ້ານຂອງເມືອງວິລະບູລີ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປະຊາຊົນຈຳນວນຫຼາຍບ້ານຂອງເມືອງວິລະບູລີ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

Published

on

ເນື່ອງຈາກວ່າເມືອງວິລະບູລີ ໄດ້ຮັບອິດທິພົນຈາກພາຍຸໝູນເຂດຮ້ອນຈາກທະເລຈີນໃຕ້ ເຮັດໃຫ້ເກີດມີຝົນຕົກໜັກໃນໄລຍະ 2 ວັນທີ່ຜ່ານມາ ຈຶ່ງເຮັດໃຫ້ປະລິມານນໍ້າຕາມລໍາຫ້ວຍ ແລະ ລໍາເຊສາຍຕ່າງໆໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ໄຫຼລົ້ນເຂົ້າຖ້ວມໄຮ່ນາຮົ້ວສວນ ແລະ ໜອງປາຂອງພໍ່ແມ່ປະຊາຊົນໃນຫຼາຍພື້ນທີ່ຂອງເມືອງວິລະບູລີ ເຮັດໃຫ້ເຂົ້ານາທີ່ພວມເກັບກ່ຽວໄດ້ຮັບຄວາມເສຍຫາຍ ຟ່ອນເຂົ້າໄຫຼໄປຕາມກະແສນໍ້າ; ພ້ອມທັງໄດ້ຖ້ວມສາຍທາງຕ່າງໆເຮັດໃຫ້ການສັນຈອນໄປມາລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ແລະ ເມືອງຫາເມືອງ ບໍ່ສາມາດໄປມາໄດ້ດ້ວຍລົດ ເສັ້ນທາງຫຼາຍຈຸດຖືກຕັດຂາດ.

ເມື່ອເຫັນໄດ້ຄືແນວນັ້ນ ທາງການນໍາຂັ້ນເມືອງກໍ່ໄດ້ຮີບຮ້ອນໃຈລົງຕິດຕາມເບິ່ງສະພາບການດັ່ງກ່າວຢ່າງຮີບດ່ວນ ໃນຕອນເຊົ້າຂອງວັນທີ 8 ຕຸລາ 2020 ນີ້ ເຊິ່ງນໍາໂດຍທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະ ປະກອບມີ : ຫ້ອງວ່າການເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການກະສິກໍາເມືອງ ກໍ່ໄດ້ພ້ອມກັນລົງຕິດຕາມເບິ່ງສະພາບການນໍ້າຖ້ວມໃນເບື້້ອງຕົ້ນຢູ່ເມືອງ ວິລະບູູລີ ໂດຍສະເພາະກໍ່ແມ່ນຕາມສາຍທາງ 28 ເອ ເຊັ່ນວ່າ : ຈຸດສາມຫຼ່ຽມທາງເຂົ້າບໍ່ຄໍາ, ຈຸດຫ້ວຍແຢງບໍລິສັດຄູນໄຊ, ຈຸດຫ້ວຍຄຽງທາງໄປບ້ານ ຫ້ວຍດ່າງ ແລະ ຈຸດຂົວຫ້ວຍຊວ້ານ ທັງນີ້ກໍ່ເພື່ອປະເມີນເບິ່ງລະດັບນໍ້າໃນແຕ່ລະຈຸດເພື່ອປະເມີນຄວາມສ່ຽງ ແລະ ກະກຽມຄວາມພ້ອມດ້ານຕ່າງໆເພື່ອໃຫ້ການຊ່ວຍເຫຼືອປະຊາຊົນ ທີ່ຢູ່ໃນພື້ນທີ່ໄພອັນຕະລາຍ ໃຫ້ຢູ່ໃນຈຸດທີ່ປອດໄພ ແລະ ໃນປະຈຸບັນນີ້ເສັ້ນທາງ 28 ເອ ອອກສູ່ເມືອງເຊໂປນແມ່ນບໍ່ສາມາດສັນຈອນໄປມາໄດ້ແລ້ວ.

ສໍາລັບຢູ່ເມືອງວິລະບູລີ ກໍ່ແມ່ນພື້ນທີ່ໜຶ່ງທີ່ຢູ່ໃນເຂດໄດ້ຮັບອິດທິພົນຈາກພາຍຸ ເຮັດໃຫ້ມີຝົນຕົກໜັກມາແຕ່ຕອນເຊົ້າຂອງວັນທີ 7 ຕຸລາ 2020 ທີ່ຜ່ານມາຈົນຮອດປະຈຸບັນກໍ່ບໍ່ທັນຢຸດເຊົາ ຈຶ່ງເຮັດໃຫ້ລະດັບນໍ້າໃນສາຍນໍ້າຕ່າງເພີ່ມຂຶ້ນສູງ ເຊັ່ນວ່ານໍ້າເຊກອກ, ເຊນ້ອຍ, ເຊບາຍ, ນໍ້າຫ້ວຍຄຽງ, ນໍ້າຫ້ວຍຊວ້ານ ແລະ ສາຍນໍ້າອື່ນໆ ກໍ່ໄດ້ເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ນໍ້າໄຫຼລົ້ນເຂົ້າທົ່ງນາຮົ້ວສວນພື້ນທີ່ທໍາການຜະລິດຂອງປະຊາຊົນ ເຮັດໃຫ້ມີຜົນເສຍຫາຍຫຼາຍສົມຄວນ ໂດຍສະເພາະເຂົ້ານາທີ່ຢູ່ໃນໄລຍະຂອງການເກັບກ່ຽວ ທີ່ຈົມຢູ່ພື້ນນໍ້າ ແລະ ໄຫຼຖ້ວມສາຍທາງຕ່າງໆ ເຮັດໃຫ້ການສັນຈອນໄປມາຖືກຕັດຂາດເດີນທາງດ້ວຍລົດແມ່ນບໍ່ໄດ້ ແລະ ຄາດວ່າລະດັບນໍ້າຈະເພີ່ມຂຶ້ນເລື້້ອຍໆ ເຊິ່ງລະດັບນໍ້າເຊກອກທີ່ແທກໄດ້ໃນເວລາ 13 ໂມງຂອງມື້ນີ້ແມ່ນຢູ່ທີ່ 10,30 ແມັດ ແລະ ຈະຍັງຄົງເພີ່ມຂຶ້ນຕື່ມ, ສະນັ້ນຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນທີ່ຢູ່ໃນເຂດພື້ນທີ່ສ່ຽງຈົ່ງໄດ້ມີຄວາມກຽມພ້ອມຢູ່ຕະຫຼອດເວລາ ແລະ ຄາດວ່າຝົນຈະຍັງຄົງສືບຕໍ່ຕົກຢູ່ໃນໄລຍະ 1-2 ວັນຂ້າງໜ້ານີ້.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້