ລັດຖະບານສິງກະໂປ ໃຈໃຫຍ່ແຈກບັດແລກເງິນ 150ໂດລາສິງກະໂປ ຈຳນວນເກືອບ 2ແສນໃບ

ແຈກອີກແລ້ວ ! ລັດຖະບານສິງກະໂປ ໃຈໃຫຍ່ ແຈກບັດແລກເງິນ ໃບລະ 150 ໂດລາສິງກະໂປ ຫຼື ປະມານ 670,000 ກີບ ຈໍານວນ 150,000 ໃບໃຫ້ແກ່ປະຊາກອນ ສິງກະໂປ 150,000 ຄົນ ເພື່ອຫວັງກະຕຸ້ນ ໃຫ້ເກີດມີການໃຊ້ຈ່າຍເພີ່ມຂຶ້ນ ພາຍໃນປະເທດ ໃນໄລຍະເສດຖະກິດຕົກຕໍ່າ ເນື່ອງຈາກອິດທິພົນຂອງໂຄວິດ.

ໂດຍເງື່ອນໄຂ ຜູ້ທີ່ຈະໄດ້ຮັບບັດແລກເງິນນີ້ ຕ້ອງແມ່ນຊາວສິງກະໂປ ອາຍຸ 21 ປີຂຶ້ນໄປ, ອາໃສຢູ່ໃນຕຶກທີ່ມີຫ້ອງພຽງ 1-2 ຫ້ອງ, ໂດຍສາມາດລົງທະບຽນຜ່ານທາງຈົດໝາຍ ເພື່ອແຈ້ງທີ່ຢູ່ ໃນການຮັບບັດແລກເງິນ.

ຜູ້ໄດ້ຮັບບັດແລກເງິນເງິນ ຈະໄດ້ຮັບ ເປັນ 3 ເທື່ອ ແບ່ງເປັນ 3 ໄລຍະ !!! ໄລຍະທີ່ໜຶ່ງມູນຄ່າ 150 ໂດລ້າສິງກະໂປ ຊຶ່ງຈະໄດ້ຮັບ ໃນເດືອນຕຸລາ 2020, ໄລຍະທີ 2 ມູນຄ່າ 150 ໂດລ້າສິງກະໂປ ໃນເດືອນທັນວາ 2020 ແລະ ໄລຍະ 3 ແມ່ນ 100 ໂດລ້າສິງກະໂປ ໃນເດືອນຕຸລາ 2021 !!!

ທີ່ມາ: CNA ແລະ lao youth radio fm 90.0 mhz