ສະພາບອາກາດ
ກົມອຸຕຸນິຍົມເຕືອນອີກຮອບ ກຽມຮັບມືກັບພາຍຸນັງກາ ວັນທີ 15 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ຕຸລາ 2020 ວ່າ: ໃນວັນທີ 12 ຕຸລາ 2020 ພາຍຸດີເປຼຊັນ ທີ່ກໍ່ຕົວຢູ່ດ້ານຕາເວັນຕົກຂອງປະເທດຟິລິປິນ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກໍາລັງແຮງຂື້ນກາຍເປັນພາຍຸໝຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈຳປີ 2020 ຄາດວ່າພາຍຸຫົວນີ້ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໃຕ້ໜ້າ ແລະ ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 15 ຕຸລາ 2020 ນີ້,

ອຸຕຸເຕືອນອີກ! ກຽມຮັບມືກັບພາຍຸນັງກາ ວັນທີ 15 ຕຸລານີ້ ຈະເຮັດໃຫ້ຝົນຕົກໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.
ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ແລະ ຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້, ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ ໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ, ນໍ້າຖ້ວມຊູ ແລະ ນ້ຳຖ້ວມອັ່ງ.
ໃນໄລຍະວັນທີ 16 ຫາ 18 ຕຸລາ 2020. ມວນອາກາດເຢັນຈະປົກຄຸມເຂດພາກເໜືອ ລົງຫາ ພາກກາງ ຊຶ່ງ ຈະເຮັດໃຫ້ມີອາກາດເຢັນລົງຕື່ມອີກ ພ້ອມມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.

.

.

ສະພາບອາກາດ
ອຸຕຸແຈ້ງເຕືອນ! ທຸກພາກ ກຽມຮັບມີຶອາກາດເຢັນ ຫາ ໜາວເຢັນ ອຸນຫະພູມຕ່ຳສຸດ 1-3 ອົງສາ

ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ໃນໄລຍະວັນທີ 17-23 ຕຸລາ 2022

ສະພາບອາກາດ ໃນໄລຍະວັນທີ 17-23 ຕຸລາ 2022 ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່
ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ 1-3 ອົງສາ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ປາກຊ່ອງ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ.

ສໍາລັບພາຍຸເຂດຮ້ອນ ເນສາດ (NESAT) ຫົວທີ 20 ທີ່ກໍາລັງເຄື່ອນທີ່ ມາທາງທະເລຈີນໃຕ້ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານທາງພາກໃຕ້ ຂອງເກາະໄຮໜານ ແລະ ຈະເຄື່ອນທີ່ເຂົ້າໃກ້ຝັ່ງເຂດພາກເໜືອຂອງ ປະເທດຫວຽດນາມ ໃນວັນທີ 19-21 ຕຸລາ 2022 ນີ້,
ຈາກນັ້ນກໍຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຊັນ ຊຶ່ງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ບາງບໍລິເວນໃນແຕ່ລະພາກ ແລະ ຕົກປານ ກາງ ຫາ ຕົກໜັກ
ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.




ສະພາບອາກາດ
ແຈ້ງເຕືອນຝົນຕົກຫນັກ ໃນວັນທີ 13 ຫາ 15 ຕຸລາ 2022

ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງແມ່ນຈະມີທ່າອ່ຽງເພີ້ມກໍາລັງແຮງຂື້ນ ກາຍເປັນພາຍຸດີເປູຊັ້ນໃນຕອນຄ່ໍາຂອງວັນທີ 13 ຕຸລາ 2012 ແລະ ຈະເຄື່ອນທີ່ຜ່ານພາກກາງຂອງປະເທດຫວຽດນາມ

ຈາກນັ້ນຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່ປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 14 ຕຸລາ 2022 ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ແລະ ຕົກ ຫນັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 13 ຫາ 15 ຕຸລາ 2022 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ສາລະວັນ, ປາກເຊ, ອັດຕະປື ແລະ ເຊກອງ ຈົ່ງມີສະຕິລະມັດລະ ວັງຕໍ່ສະພາບຝົນຕົກຫນັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຊູ ເກີດຂື້ນໃນໄລຍະ 1 – 3 ວັນຕໍ່ຫນ້ານີ້.
ສະພາບອາກາດ
ເຕືອນໄພ ກຽມໂຕກຽມໃຈ ຮັບມືພາຍຸຄັ້ງໃໝ່ໂນຣູຈະເຂົ້າປະເທດລາວ

ແຈ້ງເຕືອນ ພາຍຸດີເປຼຊັ້ນ ໃນວັນທີ 25 ຫາ 28 ກັນຍາ 2022

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພາຍຸດີເປຼຊັ້ນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ຊຶ່ງໃກ້. ພາກເຫນືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂື້ນກາຍເປັນພາຍຸຫມຸນເຂດຮ້ອນ ໂນລູ (Noru) ຫົວທີ່ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້,

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເຫນືອຂອງ ປະເທດຟິລິບປິນ ໃນວັນທີ 25 ກັນຍາ 2022 ຈາກນັ້ນຈະເຄື່ອນທີ່ຂຶ້ນຝັ່ງປະເທດຫຽວດນາມ ໃນວັນທີ 26 ກັນຍາ 2022 ແລະ ສືບຕໍ່ຜ່ານພາກກາງ ຫາ ພາກເຫນືອ ຂອງປະເທດລາວ ໃນວັນທີ 27 ຫາ 28 ກັນຍາ 2022 ນີ້, ຊື່ງຈະ ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກ ຫຼາຍ,

ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນເຂດພາກເຫນືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງ ຂວາງ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍ່ ລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ.

ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ