ຂ່າວພາຍໃນ
ປາດຕິໂທ໋! ແຂວງບໍ່ແກ້ວ ຈູດທຳລາຍຢານາລົກຂະໜາດໃຫຍ່

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ (12 ຕຸລາ 2001-12 ຕຸລາ 2020) ກອງບັນຊາການ ປກສ ແຂວງບໍ່ແກ້ວ ພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີ ທໍາລາຍຢາເສບຕິດຂື້ນ ຢູ່ທີ່ເດີນສະໜາມບິນແຂວງ ໃນວັນຕອນເຊົ້າຂອງ ວັນທີ 12 ຕຸລາ 2020 ນີ້. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານ ກຄສ ແຂວງ, ມີບັນດາຄະນະປະຈໍາພັກແຂວງ, ສອງກອງບັນຊາການທະຫານຕໍາຫຼວດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ອິນສົມ ທໍາລະສິນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກໍາມະການກວດກາ, ຄຸ້ມຄອງ ແລະທໍາລາຍຢາເສບຕິດແຂວງ ກໍ່ໄດ້ຂື້ນມີຄໍເຫັນຕໍ່ພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ.

ປະຈຸບັນນີ້ ສັງຄົມໃນທົ່ວໂລກມີຄວາມ ສັບສົນ ວຸ້ນວາຍເຮັດໃຫ້ປະເທດຕ່າງໆໃນທົ່ວໂລກລວມທັງ ສປປ ລາວ ເວົ້າລວມ, ເວົ້າສະເພາະພາຍໃນແຂວງ ບໍ່ແກ້ວ ຂອງພວກເຮົາກຳລັງພົບພໍ້ກັບ ບັນຫາສິ່ງເສບຕິດເຂົ້າມາຄອບງໍາ ກໍ່ໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ ຊົມໃຊ້ເສບຢາຕິດ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ ທີ່ເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ , ມີທ່າອ່ຽງຂະຫຍາຍຕົວຢ່າງໄວວາ ແລະ ແຜ່ລະບາດເປັນວົງກ້ວາງ, ໃນໄລຍະ 01 ປີຜ່ານມາພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ຈຳນວນ: 165 ເລື່ອງ; ກັກຜູ້ຕ້ອງຫາຈໍານວນ: 235 ຄົນ, ຍີງ: 32 ຄົນ, ຕ່າງປະເທດ 38 ຄົນ ແລະ ຍືດເຄື່ອງຂອງກາງໄດ້ຢາບ້າຈໍານວນ: 1.242.042 ເມັດ. ເຮໂລອິນຈໍານວນ: 82 ແທ່ງ. ຢາໄອສ໌ຈໍານວນ: 622 ຫໍ່. ຢາຝິ່ນຈໍານວນ: 2 kg. ສານເຄມີ ຈໍານວນ: 30 ໂຕນ. ປະເພດແປ້ງຝຸ່ນຕ່າງໆ ຈໍານວນ: 07 ຖົງ. ລົດໃຫຍ່ ຈໍານວນ: 14 ຄັນ,ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ, ລົດຈັກ 46 ຄັນ. ໄດ້ລົງທໍາລາຍໄຮຝົນຈຳນວນ: 32 ເຮັກຕາ, ພ້ອມທັງໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍ ຂອງຢາເສບຕິດຢູ່ບັນດາບ້ານ ແລະ ໂຮງຮຽນຈໍານວນ: 02 ຄັ້ງ, ມີ 46 ບ້ານ ແລະ 15 ໂຮງຮຽນ, ມີຜູ້ເຂົ້າ ຮ່ວມທັງໝົດ ຈໍານວນ: 6.159 ຄົນ, ຍິງ: 2.494 ຄົນ ແລະ ຍັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດ ປະເພດ: ຢາບ້າຈໍານວນ: 160 ຄົນ, ຍິງ 03 ຄົນ.

ຢາເສບຕິດທີ່ນໍາມາຈູດທໍາລາຍໃນມື້ນີ້ ແມ່ນໄດ້ດໍາເນີນຄະດີຕາມຂັ້ນຕອນຖືກຕ້ອງຕາມລະບຽບກົດໝາຍ ແລະ ຖືກສານປະຊາຊົນແຂວງບໍ່ແກ້ວຕັດສິນຢ່າງເດັດຂາດມີ ຢາເສບຕິດທີ່ມີເຈົ້າກໍາ ປະກອບມີ: ຢາບ້າຈໍານວນ: 6.579.131 ເມັດ, ເຮໂລອິນຈໍານວນ: 260 ແທ່ງ ແລະ 12 ຖົງນ້ອຍ, ຢາໄອສ໌ 362 ຫໍ່ ແລະ 25 ຫຼອດນ້ອຍ, ເຄຕາມິນຈໍານວນ: 11 ຖົງນ້ອຍ, ຢາເສບຕິດທີ່ບໍ່ມີເຈົ້າກໍາປະກອບມີ: ຢາບ້າຈໍານວນ 4.982.845 ເມັດ, ຢາໄອສ໌ຈໍານວນ: 643 ຫໍ່ ແລະ 01 ຖົງນ້ອຍ, ເຮໂລອີນຈໍານວນ: 04 ແທ່ງ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ.

ລວມທັງໝົດ: ຢາບ້າ ຈໍານວນ: 11,561,975 ເມັດ, ເຮໂລອິນ 264 ແທ່ງ, ຢາໄອສ 1,005 ຫໍ່ ແລະເຄຕາມີນ 11 ຖົງນ້ອຍ.
ໃນນາມກອງບັນຊາການ ປກສ ແຂວງ ແລະ ຕ່າງໜ້າໃຫ້ແກ່ອໍານາດການ ປົກຄອງແຂວງ ຈຶ່ງຂໍຮຽກຮ້ອງ ແລະ ເຊີນຊວນບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ຕະຫຼອດຮອດ ພໍ່ຄ້າຊາວຂາຍ, ນັກທຸລະກິດ ຈົ່ງໄດ້ເພີ້ມທະວີຄວາມມີສະຕິລະວັງຕົວ, ພ້ອມທັງ ພະຍາຍາມສຶກສາອົບຮົມລູກຫຼານ, ຄອບຄົວຂອງຕົນ ເພື່ອບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແລະ ພ້ອມ ກັນເປັນເຈົ້າການໃນການສະກັດກັ້ນການແຜ່ລະບາດຂອງຢາເສບຕິດ, ບໍ່ໃຫ້ເຂົ້າມາຄອບງຳ, ເຮັດໃຫ້ບັນຫາ ຢາເສບຕິດໝົດໄປຈາກສັງຄົມລາວກໍ່ຄືແຂວງບໍ່ແກ້ວພວກເຮົາ, ເພີ່ມທະວີຄວາມເປັນເຈົ້າການຍົກສູງຄວາມ ຮັບຜິດຊອບ, ຊຸກຍູ້, ປຸກລະດົມຂົນຂວາຍບັນດາຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ຕະຫຼອດຮອດ ລູກຫຼານໄດ້ຮູ້ ແລະ ເຫັນໄດ້ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນພິດໄພຕໍ່ຮ່າງກາຍ, ຕໍ່ຄອບຄົວ, ສັງຄົມ ແລະ ຕໍ່ຊັບສິນວັດຖຸສິ່ງຂອງຕ່າງໆ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບສຸກ ແລະສີວິໄລ

.

.

.

.

.

.

.

.

ບ-ຂາວ ນາສູ ປກສ ແຂວງບໍ່ແກ້ວ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ