ຊາຍຍີ່ປຸ່ນເບື່ອເມຍເລີຍພາເມຍນ້ອຍທີ່ເປັນຕຸກກະຕາຢາງເຂົ້າມາອາໃສຢູ່ໃນເຮືອນ

ເວັບໄຊຂ່າວອັງກິດ ເດິຊັນ ລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນເມື່ອວັນທີ 1 ກໍລະກົດ ວ່າ ທ້າວ ມາຊາຍູກິ ໜຸ່ມໃຫຍ່ຊາວຍີ່ປຸ່ນໄວອາຍຸ 45 ປີ ມາຍູ ເຂົ້າມາຢູ່ເຮືອນເຢີ້ຍເມຍຫຼວງ ແລະ ລູກສາວຂອງເຂົາທີ່ຍັງອາໃສຢູ່ຮ່ວມເຮືອນລັງດຽວກັນ ທ້າວ ໂອຊາກິ ກ່າວວ່າ ຕອນທີ່ເມຍຂອງລາວເກີດລູກສາວແລ່້ວ ພວກເຂົາກໍ່ຢຸດມີເພດສຳພັນກັ ລາວຈິ່ງຮູ້ສຶກໂດດດ່ຽວຫຼາຍ ແຕ່ເມື່ອມາເຫັນຕຸກກະຕາມາຍູທີ່ວາງຂາຍຢູ່ໃນຮ້ານ ລາວຈິ່ວເກີດຕົກຫຼຸມຮັກຕັ້ງແຕ່ເຫັນຄັ້ງທຳອິດຈິ່ງໄດ້ຊື້ກັບມາເຮືອນ ເມື່ອເມຍຂອງລາວເຫັນກໍ່ຮູ້ສຶກບໍ່ພໍໃຈໃຫ້ລາວຫຼາຍ ທຸກມື້ນີ້ເມຍຂອງລາວກໍ່ບໍ່ເຕັມໃຈທີ່ຈະອາໃສຢູ່ຮ່ວມເຮືອນຫຼັງດຽວກບລາວປານໃດ ສ່ວນລູກສາວ ຕອນທຳອິດເມື່ອຮູ້ວ່າຕຸກກະຕາມາຍູບໍ່ແມ່ນຕຸກກະຕາບາບີ່ໂຕໃຫຍ່ໄວ້ໃຫ້ນາງຫຼິ້ນ ນາງກໍ່ຮູ້ສຶກລັງກຽດ ແຕ່ຕອນນີ້ນາງກໍ່ຍອມແບ່ງປນເສື້ອຜ້າໃຫ້ກັບມາຍູໄດ້ແລ້ວ

ທ້າວ ໂອຊາກິ ຍອມຮັບວ່າຖືກມະນຸດປະຕິເສດຄວາມສຳພັນ ແລະ ແມ່ຍິງຍີ່ປຸ່ນກໍ່ເຢັນຊາຫຼາຍ ພວກນາງເຫັນແກ່ຕົວ ຜູ້ຊາຍພຽງຕ້ອງການຄົນຮັບຟັງບັນຫາໂດຍບໍ່ຕ້ອງການໄດ້ຍິນສຽງຈົ່ມເວລາກັບມາແຕ່ບ່ອນເຮັດວຽກ ຕອນນີ້ບໍ່ວ່າເຂົາຈະມີບັນຫາຫຍັງກໍ່ຕາມເຂົາຈະມັກເລົ່າສູ່ມາຍູຟັງສະເໝີ ເຂົາຮັກຕຸກກະຕາຢາງໂຕນີ້ຫຼາຍ ຢາກຢູ່ກັບມາຍູໄປຕະຫຼອດ ເຂົາບໍ່ສາມາດກັບໄປຈິນຕະນາ ການກັບມະນຸດໄດ້ອີກແລ້ວ ແລະ ຫາກເຂົາຕາຍໄປເຂົາກໍ່ຕ້ອງການທີ່ຈະຝັງໄປພ້ອມກັບມາຍູ