ຖືກສານຕັດສິນ 1 ປີ 6 ເດືອນ​ ຍ້ອນຕົວະຂາຍໄກ່ຕີຜ່ານທາງເຟສບຸກ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຖືກສານຕັດສິນ 1 ປີ 6 ເດືອນ​ ຍ້ອນຕົວະຂາຍໄກ່ຕີຜ່ານທາງເຟສບຸກ

Published

on

ເພຈ​ຂ່າວ​ ກົດໝາຍລົງໂທດລາຍງາຍວັນທີ 8 ຕຸລາ 2020​ ໃຫ້ຮູ້ວ່າ: ສານຕັດສິນ ທ້າວ ອຸດົມ ຫຼື ກີ້ (ຈຳເລີຍ) ອາຍຸ 26 ປີຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະທຳຜິດຂໍ້ຫາສໍ້ໂກງຊັບພົນລະເມືອງ ດ້ວຍຮູບການປະກາດຂາຍໄກ່ຕີທາງເຟສບຸກ ໂດຍໃຫ້ຜູ້ສັ່ງຊື້ໂອນເງິນມາກ່ອນ ຈຶ່ງສົ່ງໄກ່ຕີໃຫ້ຕາມຫຼັງ ເມື່ອໄດ້ເງິນແລ້ວບໍ່ສົ່ງໄກ່ຕີໃຫ້ຕາມນັດໝາຍ ແລະ ອ້າງວ່າ ໄກ່ເປັນພະຍາດຕາຍແລ້ວ ມີມູນຄ່າເສຍຫາຍ 10 ລ້ານກວ່າກີບ ຖືກສານຕັດສິນຈຳຄຸກ 1 ປີ 6 ເດືອນ ປັບໃໝ 5.000.000 ກີບ ພ້ອມໃຊ້ຊັບທີ່ສໍ້ໂກງມາຄືນໃຫ້ກັບໂຈດທາງແພ່ງໃຫ້ຄົບ.

ພຶດຕິກຳຂອງ ທ້າວ ອຸດົມ ຖືກຈົດບັນທຶກໃນຂັ້ນເຈົ້າໜ້າທີ່ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທຳຜິດຢ່າງລະອຽດວ່າ:

– ເດືອນເມສາ 2019, ທ້າວ ອຸດົມ ໄດ້ໂພດຂາຍໄກ່ຕີ 1 ໂຕ ທາງເຟສບຸກ ນ້ຳໜັກ 3 ກິໂລ 2 ຂີດ ໃນລາຄາ 2.700.000 ກີບ. ຈາກນັ້ນ, ມີທ້າວ ສິນ ຄົນແຂວງອັດຕະປື ໄດ້ຕົກລົງຊື່ໄກ່ຕີດັ່ງກ່າວໃນລາຄາທີ່ ທ້າວ ອຸດົມ ຕັ້ງໄວ້.

– ມາວັນທີ 22 ເມສາ 2012, ທ້າວ ອຸດົມ ໄດ້ບອກໃຫ້ ທ້າວ ສິນ ໂອນເງິນຄ່າໄກ່ຕີມາກ່ອນ ຈຶ່ງຈະສົ່ງໄກ່ໃຫ້ຕາມ ຫຼັງເມື່ອຮອດມື້ນັດສົ່ງໄກ່ ທ້າວ ອຸດົມ ບໍ່ສົ່ງໄກ່ໃຫ້ກັບ ທ້າວ ສິນ ພ້ອມທັງອ້າງວ່າ ໄກ່ເປັນພະຍາດຕາຍແລ້ວ ເມື່ອທ້າວ ສິນ ຂໍເງິນຄືນ ທ້າວ ອຸດົມ ບໍ່ຍອມສົ່ງຄືນ.

– ວັນທີ 2 ສິງຫາ 2019, ທ້າວ ອຸດົມ ໄດ້ໂພສຂາຍຕີໄກ່ ຈຳນວນ 2 ໂຕ ນ້ຳໜັກໂຕລະ 2 ກິໂລ 8 ຂີດ ໃນລາຄາ 4.000.000 ກີບ, ຄັ້ງນີ້ ແມ່ນ ທ້າວ ເລີນ ຄົນແຂວງຫຼວງນໍ້າທາ ເປັນຜູ້ຕົກລົງຊື້ເອົາ ເມື່ອມີຄົນຊື້ໄກ່ ທ້າວ ອຸດົມ ກໍໃຊ້ວິທີການແບບເກົ່າກັບ ທ້າວ ເລີນ. -ວັນທີ 5 ສິງຫາ 2019, ທ້າວ ອຸດົມ ໄດ້ປະກາດຂາຍໄກ່ ອີກ 2 ໂຕ ນ້ຳໜັກໂຕລະ 2 ກິໂລ 7 ຂີດ ໃນລາຄາ 5.500.000 ກີບ ຄົນທີ່ຕົກລົງຊື້ ແມ່ນຊື່ ທ້າວ ພູເພັດ ຄົນແຂວງວຽງຈັນ ແລະ ທ້າວ ອຸດົມ ເມື່ອໄດ້ເງິນແລ້ວ ກໍໄດ້ໃຊ້ເລ່ລ່ຽມຄືເກົ່າ.

– ວັນທີ 9 ສິງຫາ 2019, ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ອຸດົມ ມາດຳເນີນຄະດີ.

ການກະທຳຂອງ ທ້າວ ອຸດົມ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍ ຢັ້ງຢືນວ່າ ເປັນການກະທໍາຜິດໃນສະຖານ: ການສໍ້ໂກງຊັບທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາມາດຕາ 233, ເຊິ່ງແຕະຕ້ອງຕໍ່ກຳມະສິດຂອງຄົນອື່ນ ແລະ ສ້າງຄວາມບໍ່ສະຫງົບ ໃຫ້ແກ່ສັງຄົມ ໂດຍຮູບການໃຊ້ເລລຽມຕົວະຍົວະດ້ວຍວິທີປະກາດຂາຍໄກ່ຕີທາງເຟສບຸກ ເມື່ອມີຄົນຫຼົງເຊື່ອ ທ້າວ ອຸດົມ ຈະໃຫ້ໂອນເງິນມາກ່ອນ ແລ້ວສົ່ງໄກ່ຕີຕາມຫຼັງ ເມື່ອໂຈດທາງແພ່ງໂອນເງິນມາໃຫ້ແລ້ວ ທ້າວ ອຸດົມ ກໍບໍ່ສົ່ງໄກ່ຕີໃຫ້ກັບໂຈດທາງແພ່ງ ແລະ ອ້າງວ່າ ໄກ່ຕີເປັນພະ ຍາດຕາຍແລ້ວ ແລ້ວບໍ່ສົ່ງເງິນຄືນ ແລະ ເປັນການກະທຳເປັນອາຈີນຕາມປະ ມວນກົດໝາຍ ອາຍາ ມາດຕາ 20, ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ໂຈດທາງແພ່ງ.

ທ້າວ ອຸດົມ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ກະສຽນຖານອາຍຸທາງອາຍາດ້ວຍເຫດຜົນ ແລະ ຖານຫຼັກດັ່ງກ່າວຄະນະສານອາຍາ ສານປະຊາຊົ້ນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເຫັນຄວນລົງໂທດຕັດສິນ ຈຳຄຸກ ທ້າວ ອຸດົມ ຫຼື ກີ້ 1 ປີ 6 ເດືອນ ປັບໃໝ 5.000.000 ກີບ ພ້ອມທັງໃຊ້ແທນເງິນທີ່ສໍ້ໂກງມານັ້ນຄືນໃຫ້ ກັບໂຈດທາງແພ່ງຕາມຈຳນວນ. ທີ່ມາ:ກົດໝາຍລົງໂທດ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້