ອະດີດນັກຮ້ອງຊົນເຜົ່າ ເປັນຄົນສັງຫານເດັກນ້ອຍ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ອະດີດນັກຮ້ອງຊົນເຜົ່າ ເປັນຄົນສັງຫານເດັກນ້ອຍ

Published

on

ເຈົ້າໜ້າທີ່ ໃຫ້ຮູ້ວ່າ ຜ່ານມາຜູ້ກ່ຽວເປັນນັກຮ້ອງທີ່ມີຊື່ສຽງຂອງຊົນເຜົ່າ, ພາຍຫຼັງພໍ່-ແມ່ເສຍຊີວິດ ແລະ ຜູ້ເປັນອ້າຍໄດ້ສ້າງຄອບຄົວ ຜູ້ກ່ຽວຈຶ່ງແຍກຕົວມາອາໃສຢູ່ຕູບ ບໍ່ແອ້ມຝາ) ມີກັບໄຟ, ມີດ, ໝໍ້, ມຸ້ງ 1 ດາງ, ໝອນ ແລະ ຜ້າຫົ່ມເກົ່າຢ່າງລະຜືນຢູ່ໃນສວນພຽງລໍາພັງ ເຊິ່ງຫ່າງໄກຈາກເຮືອນຂອງປະຊາຊົນສົມຄວນຢູ່ໄດ້ປະມານ 10 ປີແລ້ວ;

ຜ່ານການກວດກາສະຖານທີ່ພັກເຊົາ ຍັງພົບແຜ່ນປູນທີ່ຖືກທຸບເປັນປ່ຽງ ມາຕັ້ງອ້ອມໄວ້ຂ້າງຕຽງນອນ ແລະ ມີຮ່ອງຮອຍການແຕ້ມຫຼາກຫຼາຍຮູບພາບຕາມຄວາມເຊື່ອທາງສາສະໜາໃດໜຶ່ງ. ໃນເວລາປະມານ 9:00 ໂມງ ຂອງມື້ເກີດເຫດ ມີເດັກນ້ອຍຈໍານວນ 3 ຄົນ ຍິງ 1 ຄົນ ອາຍຸປະມານ 6-8 ປີ ໄດ້ພາກັນເຂົ້າໄປຫຼິ້ນ ແລະ ກິນໝາກໄມ້ (ໝາກສີດາ) ຢູ່ສວນຂອງ ທ້າວ ຕົງທໍ່ ອາຍຸ 35 ປີ ອາໄສຢູ່ທີ່ນັ້ນ. ດ້ວຍສາເຫດນີ້ເອງ, ຈຶ່ງອາດເຮັດໃຫ້ເກີດມີອາລົມໂມໂຫໃຈຮ້າຍ, ໄດ້ຍ່າງໄປຫາເດັກນ້ອຍທັງ 3 ຄົນ ແລະ ຈັບເອົາໄມ້ຄ້ອນຕີໃສ່ງ່ອນ ນາງ ແກ້ວຊົ່ງ ອາຍຸ 6 ປີ ຈໍານວນ 2 ບາດ ເສຍຊີວິດຄາທີ່,

ສ່ວນເດັກນ້ອຍ ( ຊາຍ ) 2 ຄົນທີ່ມານໍາກັນ ແມ່ນໄດ້ພາກັນແລ່ນໜີກັບໄປເຮືອນ ແລ້ວມາບອກພໍ່ ແລະ ແມ່. ຈາກນັ້ນ, ມີຍາດພີ່ນ້ອງ, ອໍານາດການປົກຄອງບ້ານ ຟ້າວໄປຈຸດເກີດເຫດ ແລະ ໄດ້ພົບເຫັນສົບຂອງເດັກຍິງ ຖຶືກຕັດຖຶືກແຂນທັງສອງຂ້າງເປັນທ່ອນຕົ້ມໃສ່ໝໍ້, ສ່ວນທີ່ເຫຼືອແມ່ນເອົາຜ້າຫົ່ມປົກໄວ້. ພາຍຫຼັງເກີດເຫດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ຈຶ່ງໄດ້ຈັບຕົວຜູ້ກໍ່ເຫດ ແລະ ທຸບຕີຈົນໄດ້ຮັບບາດເຈັບສົມຄວນ ກ່ອນສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີ.

ຈາກເຫດສະຫຼົດໃຈທີ່ບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເຂົ້າກວດກາທີ່ພັກເຊົາຂອງຊາຍອາຍຸ 35 ປີ ທີ່ກໍ່ເຫດຄາດຕະກໍາ ແລະ ຕັດຊິ້ນສ່ວນຮ່າງກາຍເດັກຍິງອາຍຸ 6 ປີ, ແລ້ວຕົ້້ມໃສ່ໝໍ້ ຢູ່ທີ່ບ້ານນາເລົ່າ ໃນວັນທີ 6 ຕຸລາ 2020, ຜ່ານການກວດກາໄດ້ພົບເຫັນຮ່ອງຮອຍການແຕ້ມຮູບທາງສະສາໜາ. ຢ່າງໃດກໍຕາມ, ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ການພົບຮ່ອງຮອຍຮູບແຕ້ມນີ້ ຈະເຊື່ອມໂຍງກັນເຫດການຄາດຕະກໍາ ຫຼື ບໍ່, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ແຂວງຈະສືບສວນຢ່າງອຽດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້