ຫຼານນ້ອຍຜູ້ອາພັບຮັກເອື້ອຍນ້ອງຢູ່ນຳກັນ 4 ຄົນ

ວັນທີ 9/10/2020 ທີ່ນະຄອນຫຼວງວຽງຈັນ ຈາກຜູ່ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ “ອາຍຸແມ່ນໄລ່ເລ່ຍກັນ ແຕ່ລະມື້ແມ່ນອອກມາຊອກຄົ້ນເກັບຫມາກໄມ້ເຂົ້າຫນົມທີ່ເພີ່ນເອົາຖີ້ມແລ້ວເອົາໄປສູ່ກັນກິນ ບາງມື້ຂ້ອຍທັນເຫັນຂ້ອຍກໍ່ເອົາຫມາກໄມ້ເອົາເຂົ້າຈີ່ໃຫ້ກິນເປັນຕາອີ່ຕົນຫລາຍຫົວອົກຜູ້ເປັນພໍ່ເປັນແມ່ຄືປ່ອຍປະໄວ້ແບບນີ້ໄດ້ນໍ້

ພໍ່ກັບແມ່ແຍກທາງກັນດົນແລ້ວຕ່າງຄົນຕ່າງໄປ ຜູ້ເປັນແມ່ແມ່ນໄປບໍ່ກັບມາເລີຍສ່ວນພໍ່ແມ່ນເປັນເດືອນຈັ່ງກັບມາສົ່ງເຂົ້າສົ່ງນ້ຳເທື່ອໜຶ່ງ ເຂົາເຈົ້າມີເອື້ອຍນ້ອງນຳກັນ 4 ຄົນ ຜູ້ຍິງ 3 ຜູ້ຊາຍ 1 ຄົນ ຫຼານນ້ອຍຜູ້ອາພັບຮັກ ຂາດເຊິ່ງຄວາມອົບອຸ່ນຈາກພໍ່ແມ່ຜູ້ໃຫ້ກຳເນີດ… ເຫັນແລ້ວເປັນຕາອີຕົນເຫຼືອຫຼາຍ ເດັກນ້ອຍຢູ່ໃກ້ເຮືອນ”

.

.