ຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ທາງຂາດແລ້ວ

ລາຍງານຈາກນັກຂ່າວເມືອງສະລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ວັນທີ່ 9/10/2020 ເວລາ 10:40 ໂມງ ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ແມ່ນບໍ່ສາມາດເດີນທາງດ້ວຍລົດໄດ້ ໄປໄດ້ແຕ່ທາງເຮືອ.

ດັ່ງນັ້ນຈິ່ງແຈ້ງເຕືອນປະຊາຊົນ ທີ່ຈະຜ່ານທາງເສັ້ນນີ້ໃຫ້ລະມັດລະວັງ.

ເມືອງວິລະບູລີ ເປັນ 1 ໃນ 3 ເມືອງຂອງແຂວງສະຫວັນນະເຂດ ທີ່ພວມປະເຊີນອຸທົກກະໄພໃນຕອນນີ້.

.

.