ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ

Published

on

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ທີ່ນໍ້າປຽນ ຢໍລະປາ ໃນວັນທີ 7 ຕຸລາ 2020 ໝົດມື້ ເປັນວັນທີ 5 ແມ່ນຍັງຄົງໄຮ້ວີແວວ ແລະ ຮ່ອງຮອຍ ຂອງພໍ່ຕູ້. ເຖິງຢ່າງໃດກໍ່ດີ, ໃນຕອນເຊົ້າວັນທີ 8 ຕຸລາ 2020, ທາງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຫຼາຍຮ້ອຍຄົນ ຍັງຄົງບໍ່ສິ້ນຫວັງ ແລະ ໄດ້ເລີ່ມ ປະຕິບັດ ພາລະກິດ ຄົ້ນຫາ ເປັນວັນທີ 6 ແລະ ມີຄວາມຫວັງຈະຕ້ອງພົບພໍ່ຕູ້ໃຫ້ໄດ້.

ຈາການລາຍງານຂອງຫຼານຊາຍພໍ່ຕູ້ພວງ Nick Metallic Dokkhaithong ພາລະກິດມື້ນີ້ ແມ່ນຈະໄປຊອກຫາພໍ່ຕູ້ ເຂດບ້ານຊົນເຜົ່າ ເຊິ່ງ ອ້າຍນ້ອງທະຫານ ທີ່ຈະເດີນທາງໄປຄົ້ນຫາ ຕ້ອງຍ່າງໄປເປັນເວລາປະມານ 7 ຊົ່ວໂມງ ຈິ່ງຈະຮອດເຂດບ້ານດັ່ງກ່າວ ແລະ ພາວະນາຂໍໃຫ້ພົບພໍ່ຕູ້..ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້