ເກີດເຫດໄຟໄໝ້ເຮືອນປະຊາຊົນ ບ້ານດອນ ເມືອງນາກາຍ ເສຍຫາຍຫມົດ 1 ຫລັງ

ໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ຢູ່ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ, ໄດ້ເກີດໄຟໄໝ້ເຮືອນປະຊາຊົນຈຳນວນ 1 ຫລັງ. ຕາມການລາຍງານຂອງ ທ່ານ ນາຍບ້ານໆດອນ ໄດ້ໃຫ້ຮູ້ວ່າໃນເວລາ 9 ໂມງເຊົ້າຂອງວັນທີ 6 ຕຸລາ 2020 ໄດ້ເກີດມີໄຟໃໝ້ເຮືອນ ທີ່ມຸງດ້ວຍກະເບື້ອງ, ຝາແອ້ມດ້ວຍໄມ້ ເຊິ່ງເປັນເຮືອນຂອງພໍ່ເຖົ້າ ໂສມ ອາຍຸ 80 ປີ.

ເຫດການຄັ້ງນີ້ແມ່ນຍ້ອນເປັນປະເພດເຮືອນໄມ້ ບວກກັບມີກະແສລົມພັດແຮງໃນເວລາທີ່ໄຟໄໝ້ ຈຶ່ງມີຄວາມລຳບາກໃນການເຂົ້າຊ່ວຍເຫລືອມອດໄຟຂອງປະຊາຊົນ ຈຶ່ງເຮັດໃຫ້ເຮືອນດັ່ງກ່າວເສຍຫາຍຫມົດທັງຫລັງ ສາມາດນຳອອກມາໄດ້ພຽງແຕ່ລົດຈັກ Honda w 100 ຈຳນວນ 1 ຄັນເທົ່ານັ້ນ ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບແຕ່ຢ່າງໃດ, ສ່ວນສາເຫດ ແລະ ລາຍລະອຽດໃນການເກີດອັກຄີໄພຄັ້ງນີ້ ແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງພາກສ່ວນທີ່ກ່ຽວຂ້ອງ.

ມາຮອດເວລາ 11:15 ນາທີ ຂອງວັນດຽວກັນ ທາງການນໍາຂັ້ນເມືອງກໍ່ໄດ້ລົງກວດກາຕົວຈິງ ແລະ ໃຫ້ຄວາມອົບອຸ່ນຕໍ່ຄອບຄົວຜູ້ເສຍຫາຍ ເຊິ່ງນຳພາໂດຍ ທ່ານ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດ, ກໍ່ສ້າງພັກ – ພະນັກງານ ພ້ອມຄະນະໄດ້ລົງກວດກກາຜົນເສຍຫາຍຕົວຈິງ ແລະ ໄດ້ໂອ້ລົມກັບທ່ານນາຍບ້ານ ເຖິງທີ່ໄປທີ່ມາຂອງເຫດການດັ່ງກ່າວ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍນຳຜູ້ປະສົບໄພໃນການດຳເນີນການດຳລົງຊີວິດໃນຕໍ່ໜ້າພ້ອມທັງຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃຫ້ການຊ່ວຍເຫລືອຄອບຄົວດັ່ງກ່າວຕາມຄວາມເໝາະສົມ.

.