ລຸງພິການ ຍອມຮັບຢ່າງໜ້າຕາເສີຍ ຂົ່ມຂືນຫຼານສາວດົນກວ່າ 7 ປີ

ຕຳຫຼວດ ສພ ຊຸມແພ ຈັງຫວັດຂອນແກ່ນ ປະເທດໄທ ໄດ້ຈັບກຸມລຸງພິການຫື່ນອາຍຸ 43ປີ ລົງມືຂົ່ມຂືນຫຼານລ້ຽງ ໄວ14ປີ ດົນຮອດ 7ປີ ດ້ານຫຼານລ້ຽງເຜີຍຖືກທຳຮ້າຍແລະຂູ່ວ່າຈະຄາດຕະກຳ ດ້ວຍຄວາມຢ້ານກົວຈຶ່ງບໍ່ກ້າບອກໃຜແຕ່ລ່າສຸດຖືກລຸງທຳຮ້າຍແລະອາລະວາດໜັກຕົນຈຶ່ງຕັດສິນໃຈແຈ້ງຕຳຫຼວດ.

ຕຳຫຼວດໄດ້ຮັບແຈ້ງຈາກເດັກຍິງເອ(ນາມສົມມຸດ) ອາຍຸ 14ປີ ນັກຮຽນຊັ້ນມໍ1 ໂຮງຮຽນແຫ່ງໜຶ່ງວ່າໄດ້ຖືກລຸງລາວງລະເມີດເມື່ອເວລາ 20ໂມງ 30 ຂອງວັນທີ່ 20ກັນຍາ ທີ່ຜ່ານມາ ທາງຕຳຫຼວດຈຶ່ງໄດ້ອອກໝາຍຈັບ ທ້າວ ທົນສັກ ຂັນຕີກູນ ອາຍຸ 43ປີ ມີສັກເປັນລຸງລ້ຽງ ມາຮັບຮູ້ຂໍ້ກ່າວຫາ ການລະເມີດເດັກຍິງອາຍຸບໍ່ເກີນ15ປີ

ເຊິ່ງບໍ່ແມ່ນພັນລະຍາຂອງຕົນ ໂດຍເດັກນັ້ນຈະຍິນຍອມຫຼືບໍກໍ່ຕາມຖືວ່າເປັນຄວາມຜິດແລະການກະທຳທີ່ຮ້າຍແຮງ ໂດຍຜູ້ຕ້ອງຫາໃຫ້ການຮັບສາລະພາບທັງໝົດແລະຍອມຮັບທຸກຂໍ້ກ່າວຫາ.