ຊ່ວຍເຫຼືອ
ລະດົມທຶນຊ່ວຍເຫຼືອປຸກສ້າງຫໍພັກນັກຮຽນຊາຍໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ເລົາ ເມືອງນາແລ ແຂວງຫຼວງນໍ້າທາ

ໂຮງຮຽນມັດທະຍົມຕອນຕົ້ນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ມາເຖີງປະຈຸບັນ ມີນັກຮຽນຈົບຈາກໂຮງຮຽນຈໍານວນ 15 ຊຸດ ລວມທັງໝົດ 978 ນ້ອງ, ເພດຍິງ: 421 ນ້ອງ.

ໃນສົກຮຽນປີ ຄສ 2019-2020 ນີ້ມີຄູ-ອາຈານສອນທັງໝົດ 13 ສະຫາຍ ເພດຍິງ 06 ສະຫາຍ, ມີນັກຮຽນທັງໝົດ 164 ນ້ອງ ເພດຍິງ 73 ນ້ອງ ໂດຍແມ່ນນ້ອງນັກຮຽນທີ່ມາຈາກ 07 ບ້ານ ມີ 02 ຊົນເຜົ່າຄື: ເຜົ່າລາວລຸ່ມ ແລະ ເຜົ່າກືມມຸ ມີນັກຮຽນນອນໃນຫໍພັກ ຈໍານວນ 116 ນ້ອງ, ເພດຍິງ 55 ນ້ອງ ແບ່ງອອກເປັນ 05 ຫ້ອງ ຄື:
ຫ້ອງມໍ 1 ມີ 01 ຫ້ອງ, ຫ້ອງ ມໍ 2 ມີ 01 ຫ້ອງ, ຫ້ອງ ມໍ3 ມີ 02 ຫ້ອງ ແລະ ຫ້ອງ ມໍ4 ມີ 01 ຫ້ອງ ທາງໂຮງຮຽນແມ່ນມີຄວາມຂາດເຂີນຫຼາຍຢ່າງ ເປັນຕົ້ນແມ່ນ ຫໍພັກຂອງນ້ອງນັກຮຽນທີ່ນອນໃນຫໍພັກ ນັ້ນຍັງບໍ່ພຽງພໍເພື່ອຮອງຮັບນັກ ຮຽນ ສະພາບປັດຈຸບັນນີ້ ຫໍພັກນັກຮຽນຊາຍແມ່ນເປັນຕຸບມຸງດ້ວຍຫຍ້າຄາ ຝາແອ້ມດ້ວຍຝາໄມ້ປ່ອງ, ພື້ນເປັນດີນ ເວລາມີຟ້າລົມຝົນຕົກເຮັດ ໃຫ້ເປື້ອນເປິ.
ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ
ຄ່າໃຊ້ຈ່າຍພາຍໃນໂຄງການ
ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ກ່ຽວກັບການເປີດບັນຊີໂຄງການ OneHeart ໂດຍແມ່ນເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ຈໍານວນ 01 ຫຼັງ ລວມມູນຄ່າກໍ່ສ້າງທັງໝົດ 183.882.820,00 ກີບ (ໜື່ງຮ້ອຍແປດສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ), ເຊີ່ງໃນນີ້ ທືນສົມທົບຂອງ ເຈົ້າ ຂອງໂຄງການ ມີຈໍານວນ 33.882.820,00 ກີບ (ສາມສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ).
ເຊີ່ງເຫັນວ່າຍັງບໍ່ ທັນພຽງພໍ ຈໍານວນ: 150.000.000,00 ກີບ (ໜື່ງຮ້ອຍຫ້າສີບລ້ານກີບຖ້ວນ). ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະ ດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ

ຫຼື ກົດທີ່ລິ້ງນີ້ https://oneheart.la/projects/luangnamtha_project
ເຈົ້າຂອງໂຄງການ: ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ 02022063888
ຊ່ວຍເຫຼືອ
ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ
ເດີນທາງໄກ້ຈະປອດໄພ ໜຸ່ມວິນ
ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

…

….

….

….

ຄລິບ
ຊ່ວຍເຫຼືອ
ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

ຊ່ວຍເຫຼືອ
ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ
ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ