ຄົນເຈັບໄປໂຮງໝໍແຕ່ທ່ານໝໍບໍ່ໃສ່ໃຈ”ຄົນເຈັບຊ໋ອກໃຈຊີຂາດໃກ້ຕາຍ” ແພດຫມໍຈຳນວນຫນຶ່ງ ຍັງຂາດຈັນຍາບັນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຄົນເຈັບໄປໂຮງໝໍແຕ່ທ່ານໝໍບໍ່ໃສ່ໃຈ”ຄົນເຈັບຊ໋ອກໃຈຊີຂາດໃກ້ຕາຍ” ແພດຫມໍຈຳນວນຫນຶ່ງ ຍັງຂາດຈັນຍາບັນ

Published

on

ເມື່ອວັນທີ 5/10/2020 ໄດ້ມີຜູ້ໃຊ້ເຟສບຸກທ່ານຫນຶ່ງເລົ່າວ່າ ຈັ່ງແມ່ນຊາດກູເຫຼືອໃຈນຳແພດນຳໝໍເດ ເກືອບນ້ອງກູຕາຍຖິ້ມ ຄົນຊ໋ອກສິຕາຍ ໃຈສິຂາດ ຂ້ອຍຟ້າວເອົາໄປໂຮງໝໍ (ສະຫວັນນະເຂດ) ຫວັງເພິ່ງແພດເພິ່ງໝໍ ຄົນຈົນໃຈສິຂາດ ເອົາໄປນອນຢູ່ຕຽງ ແທນທີ່ແພດໝໍສິຟ້າວແລ່ນໃສ່ ຄົນໃຈສິຂາດ ພວກເຈົ້າຄືໃຈເຢັນແທ້ ນ້ອງຂ້ອຍຫາຍໃຈຈົນບໍ່ຕິດອົກຊີກະບໍ່ເອົາມາໃສ່ໄຫ້ ເອົາໄປນອນຖິ້ມໄວ້ຢູ່ຕຽງ ກະເຂົ້າໃຈຢູ່ດອກທ່ານໝໍ່ເອີຍວ່າຄົນເຈັບຫຼາຍ ແຕ່ຜູ້ມັນໃຈສິຂາດນິຊ່ວຍຊີວິດເຂົາກ່ອນບໍ່ໄດ້ບໍ ຂ້ອຍໄປບອກໝໍຜູ້ຍິງຜູ້1ໄປເບິ່ງນ້ອງຂ້ອຍກ່ອນແນ່ 

ນ້ອງຂ້ອຍລາວຫາຍໃຈບໍ່ຕິດແລ້ວໄປເບິ່ງນ້ອງຂ້ອຍກ່ອນແນ່ ຄຳຕອບລາວເວົ້າວ່າເຈົ້າບໍ່ເຫັນບໍຄົນເຈັບຫຼາຍ ຂ້ອຍຍັງຄາຄົນເຈັບ ຈັກໜ່ອຍໝໍເພິ່ນສິໄປເບິ່ງເອງດອກ ຟ້າເອີຍທັງສີໜ້າ ທັງຄຳເວົ້າຄືຄົນບໍ່ມີການສຶກສາເອົາແທ້ເອົາວ່າ ບໍ່ເຫັນຂ້ອຍນຸ່ງເສື້ອຍືດໃສ່ເກີບແຕະໄປ ເຈົ້າຢ້ານຂ້ອຍບໍ່ມີເງິນຈ່າຍບໍທ່ານໝໍເອີຍ ຜ່ານໄປຫຼາຍນາທີນ້ອງກະຍັງບໍ່ມີໃຜໄປເບິ່ງ ຂ້ອຍເລີຍຕັດສິນໃຈຫຸບນ້ອງໄປໂຮງໝໍທະຫານ ກັ້ນໃຈໄປສຸດທາງຢ້ານນ້ອງບໍ່ລອດ ມາຮອດໂຮງໝໍທະຫານເພິ່ນກະຟ້າວໃສ່ອົກຊີໄຫ້ ຕັງຊົງກະຂື້ນຮອດ16 ຫົວໃຈກະເຕັ້ນແຮງ ເພິ່ນກະຟ້າວໃສ່ຫືດໃສ່ຢາ ໄຫ້ຈັ່ງໄດ້ມີຊີວິດລອດຄືນມາ ບໍ່ແປກເລີຍທີ່ຄົນລາວມັກໄປປົວຢູ່ໄທ ຍ້ອນເຂົາເອົາໃຈໃສ່ ໃສ່ໃຈຄົນເຈັບ.

(ອັນນີ້ບໍ່ໄດ້ກວມລວມເດີສະເພາະບາງຄົນ ແພດໝໍດີໆກະມີຫຼາຍ) ຄວາມໃຈຂຶ້ນຟ້າເອີຍຕອນນັ້ນພໍຢາກຊັດໜ້າອີ່ນາຍຫ່ານັ່ນພຸ້ນລະ ດີແຕ່ຂ້ອຍຕັດສິນໃຈຫຸບນ້ອງມາ ຄັນປະໄຫ້ນອນຢູ່ຫັ້ນຢ້ານຕາຍຖິ້ມລ້າໆ (ໃຜຢາກຮູ້ໂຮງໝໍໃດລະອິນບ໋ອກມາໂລດ )

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້