ຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກປະມານ 22 ໂຕນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກປະມານ 22 ໂຕນ

Published

on

ຫຼັງສຳເລັດງານບຸນເທດສະການຕ່າງໆ ສິ່ງທີ່ຕາມມາກໍ່ຄືບັນຫາຂີ້ເຫຍື້ອ ແລະ ໃນງານບຸນຊ່ວງເຮືອ ອອກພັນສາ ທີ່ໜ້າວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ທີ່ສຳເລັດໄປໃນຄືນວັນທີ 3 ຕຸລາ 2020 ຜ່ານມາ ພາກສ່ວນທີ່ຮັບຜິດຊອບອະນາໄມມ້ຽນມັດຂີ້ເຫຍື້ອ ໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍ ເຂດນອກ ປະມານ 22 ໂຕນ ແລະ ເຂດໃນສວນເຈົ້າອານຸວົງ ປະມານ 20 ລົດຂົນຂີ້ເຫຍື້ອ.

ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ. ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ໂຕນ, ວັນທີ 2 ຕຸລາ ມ້ຽນຂີ້ເຫຍື້ອໄດ້ 6 ໂຕນ, ມາວັນທີ 3 ຕຸລາ ປັດກວາດໄດ້ ປະມານ 10 ໂຕນ ແລະ ໃນວັນທີ 4 ຕຸລາ ຄາດວ່າຂີ້ເຫຍື້ອ ຈະໄດ້ປະມານ 22 ໂຕນ ໃຊ້ແຮງງານປັດກວາດ 60 ຄົນ ໂດຍໄດ້ເລັ່ງອະນາໄມກວາດຂີ້ເຫຍື້ອໃຫ້ສໍາເລັດໂດຍພື້ນຖານ ເພື່ອບໍ່ໃຫ້ລົມພັດປິ່ວໄປເຂດອື່ນ ແລະ ພາຍຫຼັງປັດກວາດສຳເລັດແລ້ວ ຈະໄດ້ໃຊ້ນຳລ້າງ ປະມານ 23 ລົດສະແຕກ ແລະ ໃຫ້ສຳເລັດ 100% ໃນວັນທີ 5 ຕຸລາ 2020.

ທ່ານ ສົມນຶກ ວິໄລແສງ ຕ່າງໜ້າຈາກ ກຸ່ມບໍລິສັດ ດາວເຮືອງ ແລະ ບໍລິສັດ ຟູຈິວາລະ ຜູ້ຮັບຜິດຊອບເຂດດ້ານໃນສວນເຈົ້າອານຸວົງ ໃຫ້ສຳພາດວ່າ: ເຂດຮັບຜິດຊອບພວກເຮົາແມ່ນສວນເຈົ້າອານຸວົງ, ເບື້ອງແຄມຂອງ ຮອດບ່ອນຊ່ວງເຮືອ ແມ່ນພວກເຮົາຮັບຜິດຊອບທັງໝົດ ແລະ ວິທີຈັດການຂີ້ເຫຍື້ອແມ່ນພວກເຮົາມີພະນັກງານ ທັງໝົດ 120 ຄົນ ໂດຍໃນມື້ນີ້ (ວັນທີ 4 ຕຸລາ 2020) ຈະໄດ້ເລັ່ງອະນາໄມເກັບມ້ຽນຂີ້ເຫຍື້ອໃຫ້ສຳເລັດພາຍໃນ 22 ໂມງຂອງມື້ນີ້ ໂດຍຄາດວ່າຈະມີຂີ້ເຫຍື້ອປະມານ 20 ຄັນລົດ.

ທ່ານກ່າວຕື່ມວ່າ ການອະນາໄມລ່າຊ້າແມ່ນມາຈາກບັນຫາເຕັ້ນຂອງຊາວຄ້າຂາຍທີ່ມາເກັບມ້ຽນ, ມ້າງຊ້າ ເຮັດໃຫ້ພວກເຮົາເຮັດອະນາໄມບໍ່ໄດ້ທັນທີ່ຫຼັງແລ້ວງານ. ສະນັ້ນ, ເຊົ້າມາຈຶ່ງເຫັນພາບກອງຂີ້ເຫຍື້ອຢາຍຊະຊາຍ ແລະ ຖ້າບັນດາຜູ້ຄ້າຂາຍມາມ້າງຮ້ານອອກແລ້ວ ພວກເຮົາຈຶ່ງໄດ້ອະນາໄມ ແລະ ຂີ້ເຫຍື້ອທີ່ອະນາໄມຍາກທີ່ພົບໃນຍຸກປັດຈຸບັນ ແມ່ນເຄສໂທລະສັບ, ແຜ່ນຕິດກັນແຕກໂທລະສັບ ແລະ ມີບັນຫາຂີ້ເຫຍື້ອຊະຊາຍຈາກບັນດາລໍ້ຂາຍເຄື່ອງເລ້, ຜູ້ມານັ່ງກິນອາຫານຕາມເດີ່ນສວນເຈົ້າອານຸວົງ ແລ້ວຖິ້ມຊະຊາຍ ແລະ ໄດ້ຝາກເຖິງພໍ່ແມ່ປະຊາຊົນ ກໍ່ຄືຜູ້ທີ່ໄປທ່ຽວໃນງານບຸນ, ເທດສະການຕ່າງໆ ເມື່ອທ່ານຊື້ເຄື່ອງ ຫຼື ແນວກິນ ເມື່ອມີຂີ້ເຫຍື້ອໃນມື ແມ່ນຢາກໃຫ້ຖິ້ມເປັນລະບຽບ, ໃສ່ຖົງມັດແລ້ວຖິ້ມໃສ່ຖັງຂີ້ເພື່ອເຮັດໃຫ້ສະດວກໃນການເກັບມ້ຽນ ພ້ອມຝາກເຖິງຊາວຄ້າຂາຍຜູ້ເວລາຢູ່ໃນບູດ ຫຼື ຮ້ານຕົນເອງ ເວລາຈະອອກເມື່ອ ກໍ່ຂໍໃຫ້ມ້ຽນຂີ້ເຫຍື້ອໃນຮ້ານຕົນ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້