ຊາຍ ອາຍຸ 38 ປີ ຖືກຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຊາຍ ອາຍຸ 38 ປີ ຖືກຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000

Published

on

ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ສັ່ງຟ້ອງ ທ້າວ ຊາຍ ອາຍຸ 38 ປີຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ຕໍ່ສານຂັ້ນຕົ້ນ ເພື່ອພິຈາລະ ນາຕັດສິນຕາມກົດໝາຍຂໍ້ຫາມີຢາບ້າໄວ້ໃນຄອບຄອງ; ດັ່ງນັ້ນ, ສານໄດ້ຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໃນວັນທີ 18 ກັນ ຍາ ທີ່ຜ່ານມາ

ຈຳເລີຍ ຖືກກັກຕົວໃນວັນທີ 19 ພຶດສະພາ 2020, ຢູ່ເຂດຕະຫຼາດບ້ານພູຂຽວ ພ້ອມຂອງກາງຢາບ້າ 124 ເມັດ. ຜ່ານການດຳເນີນຄະດີເປັນເວລາ 3 ເດືອນກວ່າ, ຈຳເລີຍ ຖືກສານຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ຍ້ອນວ່າຈຳເລີຍ ໄດ້ກະທຳຜິດທີ່ຄົບອົງປະ ກອບ ແລະ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາ ສາມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາ ການມີຢາບ້າໄວ້ໃນຄອບຄອງເປັນສິ່ງທີ່ຜິດຕໍ່ປະມວນກົດໝາຍອາຍາ. ແຕ່ຈໍາເລີຍ ກໍຍັງມີເຈດຕະນາມີໄວ້ໃນຄອບຄອງ ເພື່ອເສບໂດຍບໍ່ຖືກຕ້ອງຕາມກົດໝາຍ. ສະນັ້ນ, ຈໍາເລີຍຕ້ອງຮັບ ຜິດຊອບຕໍ່ການກະທໍາທີ່ກໍຂຶ້ນ, ສ່ວນຂອງກາງຢາບ້າ 124 ເມັດ ຈະຖືກຮິບໄປທໍາລາຍຖິ້ມຕາມກົດໝາຍ.

ທ້າວ ຊາຍ ສາລະພາບວ່າ: ໃນເວລາ 18 ໂມງ ຂອງວັນທີ 19 ພຶດສະພາ 2020, ໄດ້ພົບກັບ ທ້າວ ພອນ ບໍ່ຮູ້ບ້ານຢູ່ທີ່ເຄີຍເສບຢາບ້ານໍາກັນມາ ແລ້ວ 1 ຄັ້ງ ຂັບຂີ່ລົດຈັກບໍ່ຮູ້ຍີ່ຫໍ້ ແລະ ບໍ່ມີໝາຍເລກທະບຽນມາຕາມທາງ ຈຳເລີຍ ໄດ້ຖາມ ທ້າວ ພອນ ວ່າ: ໄປໃສ ທ້າວ ພອນ ຕອບວ່າ: ຈະໄປບ້ານພູຂຽວ, ຈຳເລີຍ ໄດ້ຂໍໄປນໍາທ້າວ ພອນ ທັງສອງໄດ້ຂີ່ລົດໄປຮອດເຂດຕະຫຼາດບ້ານພູຂຽວ ຈຳເລີຍ ໄດ້ລົງລົດຈັກ, ສ່ວນ ທ້າວ ພອນ ແມ່ນໄປໃສບໍ່ຮູ້. ຈາກນັ້ນ, ຈຳເລີຍ ໄດ້ຍ່າງໄປທາງພົບເຫັນຊາຍບໍ່ຮູ້ ຊື່ອາຍຸປະມານ 50 ປີ ຢືນຢູ່ແຄມທາງ ຈຳເລີຍ ໄດ້ຖາມຊື້ຢາບ້ານຳຊາຍຄົນນັ້ນ. ຊາຍຄົນດັ່ງກ່າວໄດ້ຂາຍຢາບ້າຈຳນວນ 125 ເມັດ ໃຫ້ກັບຈຳ ເລີຍ, ຈຸດປະສົ່ງຂອງການຊື້ຢາບ້າຄັ້ງນີ້ແມ່ນຊື້ມາໄວ້ ເພື່ອເສບພາຍຫຼັງຊື້ຢາບ້າແລ້ວ ຈຳເລີຍ ຈຳເລີຍໄດ້ເສບເອງ 1 ເມັດ ແລ້ວເອົາໄວ້ໃນຖົງໂສ້ງເບື້ອງຊ້າຍ ແລ້ວຍ່າງໄປຮອດຕະຫຼາດບ້ານພູຂຽວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ 124 ເມັດ.

ສ່ວນເປົ້າໝາຍຊັດທອດຊາຍບໍ່ຮູ້ຊື່ຢູ່ບ້ານພູຂຽວ ເມືອງໄຊ ທີ່ຂາຍຢາບ້າຈໍານວນດັ່ງກ່າວໃຫ້ຈໍາເລີຍນັ້ນ, ທາງເຈົ້າາທີ່ບໍ່ສາມາດນໍາຕົວຜູ້ກ່ຽວມາດໍາເນີນຄະດີໄດ້ ເນື່ອງຈາກວ່າ ບໍ່ຮູ້ປະ ຫວັດອັນແນ່ນອນຂອງຜູ້ກ່ຽວ ແລະ ທ້າວ ພອນ ທີ່ຈຳເລີຍຊ້ອນລົດຈັກໄປບ້ານພູຂຽວ ນໍານັ້ນ. ຜ່ານການຄົ້ນຄວ້າແລ້ວເຫັນວ່າ ທ້າວ ພອນ ແມ່ນບໍ່ມີສ່ວນກ່ຽວຂ້ອງໃນການກະທໍາຜິດຂອງຈໍາເລີຍ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້