ເກີດເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນທາງ ມີຄົນຕິດພາຍໃນລົດ 1 ຄົນ.

ຫນ່ວຍກູ້ໄພສາຍພູເຂົາຄວາຍຂໍຄວາມຊ່ວຍເຫລືອອຸປະກອນຕັດງັດ.ວັນທີ03/10/2020 ເວລາ 20:21 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫລືອທີມອຸປະກອນຕັດງັດ ຈາກຫນ່ວຍກູ້ໄພສາຍພູເຂົາຄວາຍເພື່ອເຂົ້າຊ່ວຍເຫລືອເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນຂອບທາງ.ຈຸດເກີດເຫດແມ່ນສົ້ນຂົວນໍ້າເຄັມ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບຕິດພາຍໃນລົດ 1 ຄົນ. ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ໃຊ້ທີມພ້ອມອຸປະກອນຕັດງັດເພື່ອຊ່ວຍເຫລືອຄົນເຈັບ ໃຊ້ເວລາປະມານ 7 ນາທີຈຶ່ງສາມາດນຳຜູ້ບາດເຈັບອອກມາໄດ້.

ຜູ້ບາດເຈັບເປັນເພດຍິງ ອາຍຸ 30 ປີ ອາຊີບປະຊາຊົນ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນ ກະທົບຂາທັງສອງເບື້ອງແລະກະທົບແຂນຊ້າຍ (ຫນ່ວຍກູ້ໄພສາຍພູເຂົາຄວາຍນຳສົ່ງຜູ້ບາດເຈັບສົ່ງໂຮງຫມໍມິດຕະພາບ 150 ຕຽງ).