ຂ່າວພາຍໃນ
ຍທຂ ອອກຄໍາແນະນໍາການບໍລິການຂົນສົ່ງໂດຍສານ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19

ເພື່ອຮັບປະກັນ ການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ໃຫ້ມີປະສິດທິຜົນ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ອອກຄໍາແນະນໍາ ເພື່ອອະນຸຍາດ ໃຫ້ດໍາເນີນການບໍລິການ ຂົນສົ່ງໂດຍສານ ຢູ່ພາຍໃນນະຄອນຫລວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ, ເຊິ່ງລວມມີ ລົດເມ, ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກໍາມະກອນ, ລົດຕັກຊີ, ລົດສອງແຖວ, ລົດຕຸກໆ ແລະ ລົດຈໍາໂບ້.
ໂດຍໃຫ້ຈັດຕັ້ງປະຕິບັດ ຕາມມາດຕະການ ເປັນຕົ້ນແມ່ນ ຢູ່ສະຖານີລົດ ຂົນສົ່ງຜູ້ໂດຍສານ ແລະ ບ່ອນລໍຖ້າລົດເມ ຕ້ອງຈັດສັນບ່ອນນັ່ງ ຫລື ຢືນລໍຖ້າ ໂດຍໃຫ້ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງມີການວັດແທກອຸນຫະພູມ, ເຈວລ້າງມື ຫລື ເຫລົ້າສໍາລັບຂ້າເຊື້ອ ຢູ່ໃນສະຖານີ; ຕ້ອງມີສະບູ່ລ້າງມື ແລະ ເຈ້ຍເຊັດມື ຢູ່ໃນຫ້ອງນໍ້າຂອງສະຖານີ; ຕ້ອງໃຫ້ມີຖັງໃສ່ ຂີ້ເຫຍື້ອທີ່ມີຝາປິດ ແລະ ເໝາະສົມກັບ ປະລິມານຂອງຂີ້ເຫຍື້ອ; ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ ການບໍລິການ ປະຈໍາວັນໃນສະຖານີ ໂດຍການສີດຢາຂ້າເຊື້ອ ຫລື ເຊັດຖູດ້ວຍນໍ້າແຟັບ ຫລື ໄຮເຕີ ຕາມຕັ່ງນັ່ງ, ຮາວຈັບ ແລະ ບ່ອນອື່ນໆ ທີ່ມີຄົນສໍາຜັດເລື້ອຍໆ; ຜູ້ຂັບລົດ ແລະ ຜູ້ຊ່ວຍ ຕ້ອງໄດ້ວັດແທກອຸນຫະພູມ ກ່ອນຂຶ້ນລົດ ຖ້າພົບວ່າມີອຸນຫະພູມ ສູງກວ່າ 37,5 ອົງສາ ແມ່ນເດັດຂາດບໍ່ໃຫ້ຂຶ້ນລົດ ແລະ ໃຫ້ໂທປຶກສາດ່ວນ 165 ຫລື 166; ຕ້ອງໃສ່ຜ້າອັດປາກ-ດັງ ຕະຫລອດເວລາ ຖ້າບໍ່ປະຕິບັດແມ່ນ ບໍ່ອະນຸຍາດ ໃຫ້ບໍລິການຂົນສົ່ງເດັດຂາດ; ຕ້ອງໝັ່ນລ້າງມືຶ ດ້ວຍເຈວລ້າງມື ຫລື ສະບູ ແລະ ນໍ້າສະອາດ ທຸກຄັ້ງທີ່ໄດ້ສໍາຜັດບ່ອນຕ່າງໆ; ຕ້ອງນັ່ງຕາມບ່ອນ ທີ່ໄດ້ກໍານົດໄວ້ຢູ່ໃນລົດ ໂດຍຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງຮັກສາມາລະຍາດ ໃນການໄອ-ຈາມ ຕ້ອງອັດປາກ ແລະ ຖິ້ມຂີ້ເຫຍື້ອຕ້ອງຮັບປະກັນ (ບໍ່ໃຫ້ຖິ້ມຊະຊາຍ); ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປໃນເວລາຢືນ ຫລື ນັ່ງລໍຖ້າຢູ່ສະຖານີ ແລະ ບ່ອນລໍຖ້າຂຶ້ນລົດ.
ສຳລັບຍານພາຫະນະຂົນສົ່ງ ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ການບໍລິການ ປະຈໍາວັນ ໂດຍການຂ້າເຊື້ອ ຫລື ເຊັດຖູດ້ສຍນໍ້າແຟັບ, ໄຮເຕີ ຕາມຕັ່ງນັ່ງ, ຮາວຈັບ, ບ່ອນໄຂປະຕູລົດ, ພວງມະໄລ ແລະ ບ່ອນອື່ນໆ ທີ່ມີການສໍາຜັດເລື້ອຍໆ ຕ້ອງມີເຈວລ້າງມື ຫລື ເຫລົ້າຂ້າເຊື້ອປະຈໍາລົດ; ຕ້ອງກໍານົດ ແລະ ໝາຍບ່ອນນັ່ງ ຜູ້ໂດຍສານ ໂດຍຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງເປີດປະຕູ ຫລື ແວ່ນຂ້າງ ເພື່ອລະບາຍອາກາດ ເວລາຈອດລົດ. ຖ້າບໍ່ປະຕິບັດຕາມ ຄໍາແນະນໍາ ທີ່ຄະນະສະ ເພາະກິດວ່າງອອກ ຈະບໍ່ອະນຸຍາດໃຫ້ດໍາເນີນ ການຂົນສົ່ງໂດຍສານ ແລະ ໃສ່ວິໄນຕາມລະ ບຽບກົດໝາຍຂອງ ສປປ ລາວ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ