ນີ້ແຫລະພະລັງໂຊຊ່ຽວ ຍອດຊ່ວຍເຫຼືອ 14.650.000ກີບ ໄດ້ມອບໃຫ້ແລ້ວ ຈາກເຫດຕຳຫຼວດຖືກລົດຕຳແລ້ວຄູ່ກໍລະນີລົບຫນີ

ຈາກຜູ່ໃຊ້ເຟສບຸກ Fonfon Chanthalangsone ຜູ່ເປັນຫຼານສາວໄດ້ໂພສຂໍຄວາມຊ່ວຍເຫຼືອໃຫ້ນ້າສາວ ເຫດນ້າເຂີຍເກີດອຸປະຕິເຫດລົດຕຳ ແລ້ວຄູ່ກໍລະນີລົບໜີ ເຮັດໃຫ້ນ້າເຂີຍເສຍຊີວິດ

ອ່ານຂ່າວກ່ອນໜ້ານີ້: ຂໍຄວາມຊ່ວຍເຫຼືອ ຜູ່ທີ່ຕຳຫຼວດເປັນທັງຫົວໜ້າຄອບຄົວຖືກລົດຕຳແລ້ວຄູ່ກໍລະນີລົບຫນີ

ຫຼັງຈາກນັ້ນກໍ່ໄດ້ສະຫຼຸບ ແລະ ມອບຍອດບໍລິຈາກເປັນທີ່ຮຽບຮ້ອຍແລ້ວ ໄດ້ລະບຸວ່າ: ເງິນທັງຫມົດທີ່ໄດ້ ນ້ອງມາມອບໃຫ້ນ້າສາວແລ້ວເດີ້ ເປັນເງິນທັງຫມົດ 14.650.000ກີບ(ຍັງອີກ1ແສນເພິ່ນໂອນມາຊ່ວຍເຫຼືອຫລັງຈາກນ້ອງໄປຖອນມາແລ້ວເລີຍຍັງບໍ່ທັນໄດ້ກົດອອກ)

ຂໍຂອບໃຈຫມົດທຸກຄົນທີ່ມີຈິດໃຈອາທອນຕໍ່ກັບຄົນທີ່ເປັນທຸກເດີ້ ບຸນຄໍ້ານໍ້າຊູ ຄ້າຂາຍໃຫ້ຂຶ້ນໃຫ້ເກີນ ຂໍໃຫ້ຈະເລີນຈະເລີນທຸກຄົນເດີ້

.

.

.

.

.

.

.