2 ຄົນຮ່ວມກັນລັກລົດຈັກແຕ່ໄປບໍ່ລອດ

ທ້າວ ພູທອນ (ແຫຼ້) ອາຍຸ 35 ປີ ແລະ ທ້າວ ສຸລິຍາ (ຍາ) ອາຍຸ 24 ປີ, ທັງສອງຄົນກໍາມະກອນ ຢູ່ບ້ານນາສ້າງໄຜ່ ເມືອງໄສເສດຖາ ນະຄອນຫຼວງວຽງຈັນ, ໄດ້ຮ່ວມກັນລັກເອົາລົດຈັກ ທີ່ຈອດໄວ້ແຄມທາງປ່າ ເຂດບ້ານນາສ້າງໄຜ່, ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນວ ກັກຕົວໄດ້ ໃນວັນທີ 04 ສິງຫາ 2020.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ທ້າວ ພູທອນ ແລະ ທ້າວ ສຸລິຍາ ໄດ້ຮັບສາລະພາບວ່າ: ພວກຕົນທັງສອງຄົນເປັນຄົນບ້ານດຽວກັນ ແລະ ຮັກແພງກັນແບບອ້າຍ-ນ້ອງ; ເຊິ່ງໃນວັນທີ 03 ສິງຫາ 2020, ເວລາ 9:00 ໂມງ ພວກຕົນໄດ້ຊວນກັນໄປເລາະເກັບເຫັດຢູ່ໃນປ່າ ເຂດໃກ້ບ້ານ, ໃນຂະນະທີ່ກໍາລັງຊອກເກັບເຫັດຢູ່ນັ້ນ ໄດ້ມີໄວລຸ້ນບໍ່ຮູ້ຈັກຊື່ຂັບຂີ່ລົດຈັກ ຍີ່ຫໍ້ຊູເມີເອັກ ສີຟ້າດໍາ ບໍ່ຈື່ປ້າຍທະບຽນ ມາຈອດໄວ້ຢູ່ແຄມທາງໃກ້ກັບບ່ອນພວກຕົນເກັບເຫັດ ແລ້ວຊາຍຄົນນັ້ນກໍຍ່າງເຂົ້າໄປໃນປ່າພວກຕົນ ຈຶ່ງເກີດມີແນວຄິດຢາກໄດ້ລົດໄປຂາຍ ເລີຍໄດ້ພາກັນຈູງເອົາລົດໄປຊຸກເຊື່ອງໄວ້ໃນປ່າບ່ອນໃໝ່. ວັນທີ 04 ສິງຫາ 2020, ເວລາ 11:00 ໂມງ ຈຶ່ງໄດ້ຂັບຂີ່ລົດຈັກຄັນດັ່ງກ່າວ ໄປຫາໝູ່ຢູ່ເຂດບ້ານສີວິໄລ ເມືອງໄຊທານີ, ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກຕົວໄວ້ ແລະ ຜ່ານມາທັງສອງເຄີຍເສບຢາບ້າມາແຕ່ປີ 2015; ເຊິ່ງຊື້ນໍາໄວລຸ້ນ ຢູ່ຮ້ານເກມອິນເຕີເນັດທົ່ວໄປ ຊື້ແຕ່ລະຄັ້ງຈໍານວນ 2-3 ເມັດ ແລ້ວເອົາໄປເສບຢູ່ໃນປ່າເຂດໃກ້ບ້ານ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນວັນທີ 03 ສິງຫາ 2020 ເວລາ 10:40 ໂມງວ່າ: ໄດ້ຂີ່ລົດຈັກ ຍີຫໍ້ຊູເມີເອັກ ສີຟ້າດໍາ ປ້າຍທະບຽນ ດລ 4980 ເພື່ອໄປຊອກເກັບເຫັດ ຢູ່ປ່າເຂດໃກ້ບ້ານ ແຕ່ຖືກຄົນຮ້າຍລັກລົດໄປ; (ລົດແມ່ນໄດ້ຕິດຕັ້ງສັນຍານ GPS) ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງຕິດຕາມ. ພໍມາຮອດວັນທີ 04 ສິງຫາ 2020, ເວລາ 11:00 ໂມງ ກໍສາມາດເຂົ້າກັກຕົວຄົນຮ້າຍໄດ້ 2 ຄົນ ພ້ອມລົດຈັກຄັນດັ່ງກ່າວ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ; ສ່ວນລົດຈັກເຈົ້າໜ້າທີ່ໄດ້ຕິດຕໍ່ປະສານຫາເຈົ້າຂອງລົດນໍາເອົາເອກະສານມາພົວພັນ ເອົາເປັນທີ່ຮຽບຮ້ອຍແລ້ວ.

ຂ່າວຈາກ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ