ສິ່ງທີ່ຄວນເຮັດກ່ອນອາຍຸ 40 ປີເພື່ອຄວາມໝັ້ນຄົງໃນອານາຄົດ

ເມື່ອມີອາຍຸຫຼາຍຂຶ້ນຄວາມຮັບຜິດຊອບກໍ່ຕ້ອງຫຼາຍຂຶ້ນ ໂດຍສະເພາະເມື່ອອາຍຸກ້າວເຂົ້າສູ່ເລກ 4 ທ່ານຈະພົບວ່າເລື່ອງຄ່າໃຊ້ຈ່າຍຕ່າງທີ່ຕ້ອງຮັບຜິດຊອບແລ້ວ ກໍ່ຍັງມີເລື່ອງອານາຄົດໄວກະສຽນທີ່ຕ້ອງໃຫ້ຄິດຕື່ມອີກ ສະນັ້ນໄດ້ເວລາກຽມຄວາມພ້ອມແລ້ວສຳລັບການເຂົ້າສູ່ໄວກາງຄົນຢ່າງມີປະສິດທິພາບດ້ວຍຫຼັກການຕໍ່ໄປນີ້ກ່ອນທີ່ມັນຈະສາຍເກີນໄປ

1. ມີເງິນເກັບໄວ້ໃຊ້ໃນກໍລະນີສຸກເສີນ

2. ເລີ່ມຕົ້ນລົງທຶນເຮັດທຸລະກິດເພື່ອສ້າງຖານະຄວາມໝັ້ນຄົງໃຫ້ກັບຊີວິດ

3. ຊຳລະໜີ້ສິນໃຫ້ແລ້ວໝົດກ່ອນອາຍຸ 40 ປີ

4. ເຮັດປະກັນຕ່າງໆເຊັ່ນ: ປະກັນສຸຂະພາບ, ປະກັນລົດ, ປະກັນອັກຄີໄພ… ເພື່ອເວລາເກີດເລື່ອງຈະບໍ່ເດືອດຮ້ອນຫຼາຍ

5. ວາງແຜນຊີວິດຫຼັງກະສຽນ ເພື່ອການມີບັ້ນປາຍຊີວິດທີ່ມີຄວາມສຸກສົມບູນແບບ

6. ຫາກທ່ານມີເງື່ອນໄຂດີພໍຄວນຊື້ທີ່ດິນ, ເຮືອນໄວ້ກໍ່ເປັນສິ່ງທີ່ດີ

7. ທ້ອນເງິນໄວ້ສຳລັບອານາຄົດຂອງລູກ ເພື່ອໄວ້ເປັນທຶນຮອນໃຫ້ລູກເຕົ້າໃຊ້ໃນການຕັ້ງຕົວ