ລັດຖະບານຈີນຊ່ວຍທຶນປະດັບປະດາອະນຸສາວະລີ ປະຕູໄຊ ແລະ ເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນເພື່ອກຽມສະຫຼອງວັນຊາດຄົບຮອບ 45 ປີພາຍໃນປະເທດ

ອໍານາດການປົກຄອງນະຄອນຫລວງວຽງຈັນໄດ້ເລີ້ມປະດັບປະດາໃນຂອບເຂດຕົວເມືອງນະຄອນຫລວງວຽງຈັນໃຫ້ມີຄວາມສວຍງາມ ແລະ ໃຫ້ສໍາເລັດໃນເດືອນ ພະຈິກນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ 1975- 2 ທັນວາ 2020), ໃນການປະດັບປະດາຕົວເມືອງດັ່ງກ່າວ, ລັດຖະບານຈີນໄດ້ຊ່ວຍທຶນຈໍານວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ຊຶ່ງມີມູນຄ່າ 300 ລ້ານຢວນ.

ທຶນໃນການຊ່ວຍເຫຼືອຂອງລັດຖະບານຈີນໃນຄັ້ງນີ້ຈະຖືກນໍາໃຊ້ເພື່ອປັບປຸງລະບົບທໍ່ນໍ້າພຸ (ລະບົບຂຶ້ນ-ລົງຂອງນໍ້າ), ປັບປຸງແສງສະຫວ່າງຢູ່ອະນຸສາວະລີ ປະຕູໄຊ ແລະ ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ:

ຖະໜົນໄກສອນ ພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ -ປາກປ່າສັກ), ຖະໜົນເສດຖາທິລາດ ແລະ ເສັ້ນທາງອື່ນໆ.

.

.