ຂ່າວພາຍໃນ
ຂ່າວດີ 3 ພຶດສະພາ ລັດຖະບານເຫັນດີອະນຸຍາດໃຫ້ສຳນັກງານ, ບໍລິສັດ ເປີດດຳເນີນການ ແລະ ສັນຈອນໄປມາພາຍໃນໄດ້

ໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະ ມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວເຂົ້າຮ່ວມ.

ຜົນກອງະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້:
1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 ໂດຍຈະຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນການອະນຸຍາດໃຫ້ສໍານັກງານ, ອົງການ, ບັນດາບໍລິສັດ ເປີດດໍາເນີນການ; ການອະນຸຍາດໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານຕໍາຫຼວດ ສາມາດອອກຈາກເຮືອນ ແລະ ເດີນທາງພາຍໃນແຂວງ ໂດຍຮັບປະກັນມາດຕະການປ້ອງກັນການຕິດເຊື້ອ; ການຈັດຝຶກອົບຮົມ, ການປະຊຸມທາງການ, ກິດ ຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆ; ການອະນຸຍາດໃຫ້ເປີດດໍາເນີນກິດຈະການຂອງບັນດາບໍລິສັດ, ໂຮງງານ ແລະ ໂຄງການໃຫຍ່ ທີ່ປະ ຕິບັດຖືກຕ້ອງສອດຄ່ອງຕາມເງື່ອນ ໄຂ ແລະ ມາດຕະການປ້ອງກັນ ຕາມຂໍ້ແນະນໍາຂອງ ຄະນະສະເພາະກິດ ເລກທີ 031/ສພກ, ການສືບຕໍ່ປິດບາງກິດຈະການ, ການເປີດໂຮງ ຮຽນ, ການປິດດ່ານຊາຍແດນ ແລະ ອື່ນໆ. ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ແລະ ໄດ້ສຸມໃສ່ຄົ້ນຄວ້າ ກະກຽມ ມາດຕະການຕ່າງໆ ທີ່ຈະປະຕິບັດພາຍຫຼັງ ວັນທີ 03 ພຶດສະພາ 2020. ພ້ອມກັນນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ເຊື້ອພະຍາດໂຄວິດ-19 ປັບປຸງລາຍງານດັ່ງກ່າວ ໃຫ້ມີເນື້ອໃນລະອຽດ, ຄົບ ຖ້ວນ, ຈະແຈ້ງ ຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະ ເພາະກ່ຽວກັບການປະເມີນຄວາມສ່ຽງ; ທິດທາງໃນຕໍ່ໜ້າ ໃຫ້ກຳນົດ ລະອຽດຊັດເຈນ, ບໍ່ໃຫ້ມີຊ່ອງຫວ່າງໃນການຕີຄວາມໝາຍ; ບັນດາ ມາດຕະການຜ່ອນຜັນຊົ່ວຄາວ ທີ່ຈະຈັດ ຕັ້ງ ປະຕິບັດພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍກຳນົດເປັນແຕ່ລະໄລຍະ ໃນເງື່ອນໄຂບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ມາດຕະການຈະສືບຕໍ່ປະຕິບັດ ຖ້າມີກໍລະນີຕິດເຊື້ອໃໝ່ເກີດຂຶ້ນ. ຫຼັງຈາກນັ້ນ ນຳສະເໜີລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

2. ກອງປະຊຸມ ໄດ້ພິຈາລະນາຮ່າງບົດລາຍງານກ່ຽວກັບ ມາດຕະການແກ້ໄຂຜົນກະທົບທາງດ້ານເສດ ຖະກິດ ຈາກການແຜ່ລະບາດເຊື້ອພະ ຍາດ COVID-19 ໂດຍລົງເລິກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ ກຳນົດອອກຢ່າງຊັດເຈນ ຕາມການຊີ້ນຳຂອງກອງປະຊຸມ ລັດຖະບານຄັ້ງວັນທີ 23 ເມສາ 2020 ເປັນຕົ້ນ ນະໂຍບາຍ ອຸດໜູນແຮງງານ ຢູ່ໃນ ແລະ ນອກລະບົບປະກັນສັງຄົມ, ນະໂຍບາຍພາກປະ ຊາຊົນ ທີ່ຕິດພັນກັບການຫຼຸດຄ່າໄຟຟ້າ ແລະ ນ້ຳປະປາ, ການແກ້ໄຂອຸປະສັກການຂົນສົ່ງ ແລະ ຈໍລະ ຈອນສິນຄ້າພາຍໃນປະເທດ ແລະ ການນຳເຂົ້າ-ສົ່ງອອກ ສິນຄ້າຢູ່ບັນ ດາດ່ານຊາຍແດນ, ການຊຸກຍູ້ການຜະລິດກະສິກຳ ປູກຝັງ ແລະ ລ້ຽງ ສັດ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ, ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ, ນະໂຍບາຍດ້ານການເງິນ, ເງິນຕາ ລວມທັງການ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການແກ້ໄຂໜີ້ສິນຕ່າງປະເທດ ແລະ ຂໍ້ສະເໜີຈຳນວນໜຶ່ງ ຂອງພາກທຸລະກິດ. ກອງປະຊຸມໄດ້ມີທິດຊີ້ນຳ ໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກ ການແຜ່ລະບາດຂອງພະຍາດ COVID-19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ລົງເລິກລາຍລະອຽດບາງຈຸດ ເພື່ອຮັບປະກັນວ່ານະໂຍບາຍທີ່ວາງອອກ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ແລ້ວປັບປຸງຮ່າງບົດລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງກອງປະຊຸມ ໃຫ້ມີເນື້ອໃນ ກະທັດຮັດ, ຄົບຖ້ວນ ແລະ ຈະແຈ້ງ ເພື່ອນໍາສະ ເໜີ ຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.
ຂ່າວ;ພາບ: ກົມປະຊາສຳພັນ ສນຍ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ