ຂ່າວດ່ວນ ນັກເລງອັນຕະພານເຂົ້າມາທຳຮ້າຍຮ່າງກາຍອາສາຫນ່ວຍກູ້ໄພ 1624 ເຖິງທີ່

ຕອນນີ້ມີນັກເລງອັນຕະພານເຂົ້າມາທຳຮ້າຍຮ່າງກາຍອາສາຂອງພວກເຮົາຫນ່ວຍກູ້ໄພນະຄອນຫລວງເຂດ2ຢູ່ຈຸດເມືອງຫາດຊາຍຟອງ ໃນຄະນະທີ່ອາສາພວກເຮົາກຳລັງນັ່ງຫລີ້ນລໍຖ້າອອກເຫດຢູ່ຈຸດ
ໃດ້ມີໄວລຸ້ນຄົນຫນື່ງຂີ່ລົດຈັກກາຍມາແລ້ວມາຫາວ່າອາສາເຮົາແນມຫນ້າແລ້ວກໍ່ເຂົ້າມາທຳຮ້າຍຮ່າງກາຍ

ແລ້ວຍັງຍົກພວກກັບມາຊຸດທີ2ອີກຈຳນວນຫລາຍຈະມາຕີອ້າຍນ້ອງແລະຍັງມາທຳລາຍເຄື່ອງຂອງໃຊ້ສ່ວນລວມເສຍຫາຍ
ທັ້ງທີ່ບໍ່ເຄີຍມີເລື້ອງກັນມາກ່ອນແລະບໍ່ເຄີຍເຫັນຫນ້າກັນ

.

ຖ້າເປັນແບບນີ້ອາສາເຮົາໄຜຈະກ້າມາຖ້າຊ່ວຍເຫລືອສັງຄົມ ເສຍສະຫລະໂຕເອງມາຊ່ວຍຄົນອື່ນທີ່ບໍ່ແມ່ນຍາດພີ່ນ້ອງຍັງມາຖືກຕີ ສາເຫດຍ້ອນແນມເບີ່ງຄົນກາຍ ທາງພວກເຮົາໃດ້ມອບໃຫ້ການຈັດຕັ້ງບ້ານດຳເນີນຄະດີຕາມກົດຫມາຍ

.

ວີດີໂອເຫດການ

ຄລິບ2