ຂ່າວດ່ວນ! ຂ່າວດີ! ຄົນລາວທີ່ຢູ່ໄທຢາກກັບເຂົ້າປະເທດໃນໄລຍະໂຄວິດ-19 ຕ້ອງປະຕິບັດດັ່ງນີ້

ອີງຕາມກະຊວງການຕ່າງປະເທດ ໄດ້ອອກຄໍາແນະນໍາເມື່ອວັນທີ 7 ພຶດສະພາ 2020 ສໍາລັບພົນລະເມືອງລາວທີ່ມີຈຸດປະສົງຢາກ ເດີນທາງກັບປະເທດ ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕ້ອງປະຕິບັດດັ່ງນີ້:

  1. ແຈ້ງລົງທະບຽນກັບປະເທດ ຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນອາໄສຢູ່ ເພື່ອອໍານວຍຄວາມສະດວກໃນການເດີນທາງກັບ. ສຳລັບຄົນລາວທີ່ອາໄສຢູ່ປະເທດໄທ ສາມາດໂທສອບຖາມຂໍ້ມູນໄດ້ທີ່ ສະຖານກົງສູນ ໃຫຍ່ ແຫ່ງ ສປປ ລາວ ປະຈຳຈັງຫວັດຂອນແກ່ນໄດ້ທີ່ເບີ 043048001 ຫຼື 043048002
  2. ຕ້ອງມີໃບຢັ້ງຢືນການກວດໂຄວິດ-19 ຈາກສະຖານທີ່ບໍລິການສາທາລະນະສຸກ ທີ່ສາມາດກວດສອບໄດ້ ແລະ ອອກໃຫ້ບໍ່ເກີນ 72 ຊົ່ວໂມງກ່ອນເດີນທາງເຂົ້າມາ.

ທຸກຄົນ ທີ່ເຂົ້າມາ ສປປ ລາວ ໃນໄລຍະນີ້ ແມ່ນຈະໄດ້ວັດແທກອຸນຫະພູມຮ່າງກາຍ ແລະ ໃຫ້ຈໍາກັດບໍລິເວນ 14 ວັນ ຢູ່ຕາມສູນຕ່າງໆ ແລະ ປະຕິບັດຕາມມາດຕະການຕ່າໆ ທີ່ທາງຄະນະສະເພາະກິດ ກໍ່ຄືລັດຖະບານ ກໍານົດໄວ້ຢ່າງເຂັ້ມງວດ. ຖ້າບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ ແມ່ນຈະຖືກປະຕິບັດວິໄນ ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ຂ່າວ: Laopost.com